ມາໃນວັນທີ 6 ຕຸລາ 2020 ນີ້, ຄະນະໂຄສະນາອົບຮົມແຂວງສາລະວັນ ໄດ້ຈັດພິທີຕ້ອນຮັບການມາຢ້ຽມຢາມ ແລະ ເຮັດວຽກຂອງທ່ານ ປອ ຄຳພັນ ພົມມະທັດ ກຳ ມະການກົມການເມືອງສູນກາງພັກ,ຄະນະເລຂາທິການ ສູນກາງພັກ, ຫົວໜ້າຄະນະໂຄສະນາອົບຮົມສູນ ກາງພັກ ຢູ່ແຂວງສາລະວັນ .ພິທີຄັ້ງນີ້,ໄດ້ໄຂຂື້ນທີ່ຫ້ອງປະ ຊຸມVIPຂອງສະໂມສອນໃຫຍ່ໂດຍການໃຫ້ກຽດຕ້ອນ ຮັບ ຂອງທ່ານ ສີເຮັງ ຫອມສົມບັດ ຄະນະປະຈໍາພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ. ໃນນີ້, ມີບັນດາທ່ານ ຫົວໜ້າພະແນກ, ຮອງພະແນກ ຜູ້ຊີ້ນໍາວຽກງານການເມືອງ-ແນວຄິດ, ທ່ານ ຮອງເລຂາ ພັກເມືອງ,ຄະນະປະຈໍາພັກເມືອງ ຜູ້ຊີ້ນໍາວຽກງານການ ເມືອງ-ແນວຄິດ,ຫົວໜ້າຄະນະໂຄສະນາອົບຮົມ8 ເມືອງ ແລະ ບັນດາພະນັກງານ-ລັດຖະກອນ ພາຍໃນຄະນະໂຄສະນາອົບຮົມແຂວງ ເຂົ້າຮ່ວມຈໍານວນທັງໝົດ 78 ທ່ານ, ຍິງ 12 ທ່ານ. ໃນພິທີທ່ານ ສີເຮັງ ຄະນະປະຈໍາພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ ໄດ້ລາຍງານຜົນການຈັດຕັ້ງ
- ອີງຕາມ: ກົດລະບຽບພັກປະຊາຊົນປະຕິວັດລາວ ສະໄໝທີ X ໝວດທີ VI, ວ່າດ້ວຍ: ສະໄໝກອງປະຊຸມໃຫຍ່ຂອງຄະນະ ພັກຮາກຖານ, ໜ່ວຍພັກຮາກຖານ ແລະ ໜ່ວຍພັກທີ່ຂຶ້ນກັບຄະນະພັກຮາກຖານ ແລະ ອີງຕາມ: ມະຕິຕົກລົງຂອງຄະນະປະຈໍາພັກແຂວງ, ສະບັບເລກທີ 386/ຄຈພຂ.ສວ, ລົງວັນທີ 28 ມັງກອນ 2020 ວ່າດ້ວຍ: ການອະນຸມັດໃຫ້ໜ່ວຍພັກຄະນະໂຄສະນາອົບຮົມແຂວງສາລະວັນ ເປີດກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ IV ຂອງໜ່ວຍພັກຄະນະໂຄສະນາອົບຮົມແຂວງ ມາໃນຕອນເຊົ້າຂອງວັນທີ 28 ມັງກອນ 2020 ນີ້ ໜ່ວຍພັກຄະນະໂຄສະນາອົບຮົມແຂວງສາລະວັນ ໄດ້ຈັດຕັ້ງກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ IV ຂຶ້ນຢ່າງເປັນທາງການ ຢູ່ທີ່ຫ້ອງປະຊຸມຊັ້ນ III ຂອງຫ້ອງວ່າການແຂວງ ໂດຍໃຫ້ກຽດເປັນປະທານຂອງສະຫາຍ ສີເຮັງ ຫອມສົມບັດ ຄະນະປະຈໍາພັກແຂວງ,ຫົວໜ້າຄະນະໂຄສະນາອົບຮົມ, ທັງແມ່ນເລຂາໜ່ວຍພັກ ຊຸດເກົ່າ ຂອງຄະນະໂຄສະນາອົບຮົມ
ມີ 13 ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌
![]() | ມື້ນີ້ | 156 |
![]() | ມື້ວານນີ້ | 102 |
![]() | ອາທິດນີ້ | 642 |
![]() | ເດືອນນີ້ | 2530 |
![]() | ທັງໝົດ | 165089 |