ກອງບັນຊາການ ປກຊ ແລະ ປກສ ແຂວງ ປາຖະກະຖາ ປີສາມັກຄີມິດຕະພາບ ລາວ - ຫວຽດນາມ 2022.

ໃນຕອນເຊົ້າຂອງວັນທີ 16 ກັນຍາ 2022 ຢູ່ທີ່ສະໂມສອນໃຫຍ່ຂອງກອງບັນຊາການທະຫານແຂວງ ໄດ້ຈັດພິທີ ປາຖະກະຖາ ປີສາມັກຄີ ມິດຕະພາບ ລາວ - ຫວຽດນາມ ຄື: ວັນເຊັນສົນທິສັນຍາ ມິດຕະພາບ ແລະ ການຮ່ວມມື ຄົບຮອບ 45 ປີ ( 18/07/1977 - 18/07/2022 ) ແລະ ວັນສ້າງຕັ້ງສາຍພົວພັນການທູດ ຄົບຮອບ 60 ປີ ( 05/09/1962 - 05/09/2022 ) ໂດຍໃຫ້ກຽດປາຖະກະຖາ ຂອງທ່ານ ຈັນສະໝອນ ພົມມະແສງ ຄະນະປະຈຳພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ, ເຂົ້າຮ່ວມມີທ່ານບັນດາ ນາຍ ແລະ ພົນທະຫານ, ນາຍ ແລະ ພົນຕຳຫຼວດ ເຂົ້າຮ່ວມຢ່າງພຽງພໍ.
ໂອກາດດັ່ງກ່າວທ່ານ ຈັນສະໝອນ ພົມມະແສງ ຄະນະປະຈໍາພັກແຂວງ ໄດ້ກ່າວວ່າ: ລາວ-ຫວຽດນາມ ແມ່ນສອງປະເທດອ້າຍນ້ອງ ຢູ່ແຫຼມອິນດູຈີນ, ມີເຂດນໍ້າແດນດິນ ຕິດລ່ຽນກັນຍາວ ກວ່າ 2.000 ກິໂລແມັດ. ປະຊາຊົນສອງຊາດ ເຄີຍມີມູນເຊື້ອສາມັກຄີຮັກແພງຊ່ວຍເຫຼືອກັນ, ເປັນບ້ານພີ່ເມືອງນ້ອງ, ເຄີຍກິນນໍ້າຮ່ວມສາຍ, ກິນປາຮ່ວມຫ້ວຍ, ມີວັດທະນະທໍາ ຮີດຄອງປະເພນີ, ແບບແຜນດຳເນີນຊີວິດທີ່ຄ້າຍຄືກັນ. ບົນພື້ນຖານສາຍພົວພັນບ້ານໃກ້ເຮືອນຄຽງ ແລະ ພື້ນຖານວັດທະນະທໍາດັ່ງກ່າວນັ້ນ ມັນໄດ້ເພີ່ມຄວາມຜູກພັນຮ່ວມມືກັນຕໍ່ສູ້ຕ້ານໄພທໍາມະຊາດ, ກໍ່ຄືຕ້ານກັບການຮຸກຮານຂອງສັດຕູພາຍນອກ ແລະ ຮ່ວມມືກັນ ໃນການປົກປັກຮັກສາ ແລະ ພັດທະນາສ້າງສາປະເທດຊາດທັງສອງ ໂດຍແມ່ນປະທານໂຮ່ຈິມິນ, ປະທານ ໄກສອນ ພົມວິຫານ, ທ່ານ ປະທານ ສຸພານຸວົງ ເປັນຜູ້ສ້າງຕັ້ງ, ບັນດາການນໍາຮຸ່ນສືບທອດ ແລະ ປະຊາຊົນສອງຊາດເປັນຜູ້ເພີ່ມພູນຄູນສ້າງສາຍພົວພັນດັ່ງກ່າວນັບມື້ນັບເຕີບໃຫຍ່ຂະຫຍາຍຕົວຢ່າງໝັ້ນຄົງຖາວອນຍິ່ງໆຂຶ້ນ. ສາຍພົວພັນຄວາມສາມັກຄີພິເສດ, ການຮ່ວມສຳພັນສູ້ຮົບ ແລະ ການຮ່ວມມືຮອບດ້ານລະຫວ່າງ ລາວ-ຫວຽດນາມ, ຫວຽດນາມ-ລາວ ແມ່ນສາຍພົວພັນທີ່ບໍລິສຸດຜຸດຜ່ອງ, ເປັນມໍລະດົກທີ່ລໍ້າຄ່າ ແລະ ຫາບໍ່ມີໃນໂລກນີ້ ແລະ ທັງເປັນປັດໃຈສຳຄັນຕັດສິນການຕີຊະນະສັດຕູຜູ້ຮຸກຮານ ແລະ ເປັນກົດເກນແຫ່ງການຄົງຕົວ ແລະ ຂະຫຍາຍຕົວຂອງສອງຊາລາວ-ຫວຽດນາມ.
ໃນຕອນທ້າຍ ທ່ານ ຈັນສະໝອນ ພົມມະແສງ ຍັງຮຽກຮ້ອງມາຍັງ ນາຍ ແລະ ພົນທະຫານ, ນາຍ ແລະ ພົນຕຳຫຼວດ ຕ້ອງໄດ້ເສີມຂະຫຍາຍສາຍພົວພັນມິດຕະພາບແບບພິເສດ ລາວ-ຫວຽດນາມ ເຊິ່ງແມ່ນມໍລະດົກທີ່ລໍ້າຄ່າຂອງສອງຊາດ ທີ່ຄວນໄດ້ຮັບການປົກປັກຮັກສາ, ເສີມຂະຫຍາຍ ແລະ ສືບທອດໃຫ້ຮຸ່ນຄົນຕໍ່ໄປຈົນຊົ່ວນິລັນດອນ.

 

ຂ່າວ : ອິນທະວົງ
ພາບ :​ແຂກດາລາ

ສາຍພົວພັນລາວ-ຫວຽດນາມ

ວີດີໂອ....

ເຊື່ອມຕໍ່ເວບໄຊ້ທ

ເລກໂທ ສຸກເສີນ

ແຈ້ງໄຟໄໝ້:   1190
ຕຳຫຼວດ:       1191
ລົດໂຮງໝໍ:    1195
ໄຟຟ້າ:          1199
ນໍ້າປະປາ:      1169

ຈຳນວນຄົນອອນໄລ໌ທ

ມີ 10  ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌

ສະຖິຕິຜູ້ເຂົ້າຊົມ:

194781
ມື້ນີ້ມື້ນີ້181
ມື້ວານນີ້ມື້ວານນີ້224
ອາທິດນີ້ອາທິດນີ້895
ເດືອນນີ້ເດືອນນີ້4866
ທັງໝົດທັງໝົດ194781