ຄະນະໂຄສະນາອົບຮົມແຂວງສາລະວັນ ສືບຕໍ່ຈັດອົບຮົມການເມືອງ-ແນວຄິດ ໃຫ້ນັກທຸລະກິດ ທົ່ວແຂວງສາລະວັນ ຄັ້ງທີ 7 ທີ່ເມືອງຕະໂອ້ຍ

ຄະນະໂຄສະນາອົບຮົມແຂວງສາລະວັນ, ຮ່ວມກັບພະແນກອຸດສາຫະກຳ ແລະ ການຄ້າແຂວງ, ສະພາການຄ້າ ແລະ ອຸດສາຫະກຳແຂວງ ແລະ ເມືອງຕະໂອ້ຍ ໄດ້ຈັດອົບຮົມວຽກງານການເມືອງ-ແນວຄິດ ໃຫ້ນັກທຸລະກິດ ທີ່ເຄື່ອນໄຫວດຳເນີນທຸລະກິດ ຢູ່ເມືອງຕະໂອ້ຍ ໃນຕອນເຊົົ້າຂອງວັນທີ 28 ມີນາ 2023 ຢູ່ທີ່ສະໂມສອນຂອງເມືອງ, ໂດຍໃຫ້ກຽດເຂົ້າຮ່ວມ ແລະ ເປັນປະທານຂອງທ່ານ ຈັນສະໝອນ ພົມມະແສງ ຄະນະປະຈຳພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ ໃຫ້ກຽດເຂົ້າຮ່ວມ ຂອງທ່ານ ບຸນເນື້້ອ ຫຼອງຄຳໄຕ ກຳມະການພັກແຂວງ, ເລຂາພັກ-ເຈົ້າເມືອງຕະໂອ້ຍ, ທ່ານ ນາງ ກຸແກ້ວ ທອງມະນີລາ ຮອງຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າແຂວງ, ທ່ານ ເປັງ ລາດຄຳພູມີ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ, ທ່ານ ຄຳສະໄຫວ ວິລະກອນ ຮອງເລຂາພັກເມືອງ, ຜູ້ຊີ້ນຳວຽກງານການເມືອງ-ແນວຄິດ, ທ່ານ ທອງພູນ ໄຊຍະແສງ ກຳມະການພັກເມືອງ, ຫົວໜ້າຄະນະໂຄສະນາອົບຮົມເມືອງ, ມີບັນດາຄະນະຮັບຜິດຊອບຂັ້ນແຂວງ, ເມືອງ ແລະ ນັກທຸລະກິດ ເຂົ້າຮ່ວມຢ່າງພ້ອມພຽງ.

ໃນບັ້ນອົບຮົມຄັ້ງນີ້ ໃຫ້ກຽດກ່າວເປີດພິທີຂອງທ່ານ ຈັນສະໝອນ ພົມມະແສງ ຄະນະປະຈຳພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ. ທ່ານ ໄດ້ກ່າວວ່າ: ຊຸດອົບຮົມຄັ້ງນີ້, ຈະໄດ້ນໍາເອົາເອກະສານ ເຂົ້າໃນບັ້ນອົບຮົມປະກອບມີ: ເສີມຂະຫຍາຍມູນເຊື້ອຂອງຊາດລາວ; ແນວທາງເສດຖະກິດຂອງພັກ, ຈັນຍາບັນຂອງນັກທຸລະກິດ ແລະ ດຳລັດ 237/ນຍ ວ່າດ້ວຍ ພາລະບົດບາດ ແລະ ການເຄື່ອນໄຫວ ຂອງສະພາການຄ້າ ແລະ ອຸດສາ ຫະກຳແຫ່ງຊາດ ແລະ ການເຂົ້າເຖິງແຫ່ງທຶນ SME. ຈາກນັ້ນ ໃນບັ້ນອົບຮົມ ຈະໄດ້ປະກອບຄໍາຄິດຄໍາເຫັນ ຢ່າງມີບັນຍາກາດຟົດຟື້ນ.

ຈຸດປະສົງໃນການອົບຮົົມຄັ້ງນີ້, ກໍ່ເພື່ອເຮັດໃຫ້ນັກທຸລະກິດ ຮັບຮູ້-ເຂົ້າໃຈ ກ່ຽວກັບແນວທາງນະໂຍບາຍຂອງພັກ, ເພືອເຮັດໃຫ້ນັກທຸລະກິດພາຍໃນ ແລະ ຕ່າງປະເທດ ທີ່ລົງທືນດໍາເນີນທຸລະກິດໃນບັນດາຂະແໜງການຕ່າງໆ ໄດ້ຮັບການປົກປ້ອງສິດ ແລະ ຜົນປະໂຫຍດຕາມກົດໝາຍຂອງສາທາລະນະ ລັດປະຊາທິປະໄຕປະຊາຊົນລາວ; ຮັບຮູ້ກ່ຽວກັບບັນດານິຕິກໍາ, ບົດບັນຍັດ, ເງື່ອນໄຂຕ່າງໆ ໃນການປະກອບການ ດ້ານທຸລະກິດ ລວມທັງກົດໝາຍກ່ຽວກັບການດໍາເນີນທຸລະກິດ, ພາສີ ອາກອນທຸລະກິດ, ເພື່ອຍົກສູງສະຕິລະວັງຕົວ ຕໍ່ກົນອຸບາຍຂອງພວກບໍ່ຫວັງດີ ທີ່ຫວັງມ້າງເພຄວາມສາມັກຄີພາຍໃນປະເທດເຮົາ. ເພື່ອຍົກສູງໜ້າທີ່ຄວາມຮັບຜິດຊອບ ປະຕິບັດ ສິດ ແລະ ພັນທະ ຂອງຕົນ ເພື່ອປະກອບສ່ວນ ເຂົ້າໃນການສ້າງສາພັດທະນາປະເທດຊາດ ເວົ້າລວມເວົ້າສະເພາະ. ເພື່ອເຮັດໃຫ້ນັກທຸລະກິດ ຜູ້ປະກອບການທີ່ດໍາເນີນທຸລະກິດພາຍໃນຂອບເຂດແຂວງສາລະວັນ ໃຫ້ເຂົ້າສູ່ລະບຽບການ ທີ່ພັກ-ລັດຂອງພວກເຮົາ ວາງອອກ.

ບັ້ນອົບຮົມວຽກງານການເມືອງ-ແນວຄິດ ໃຫ້ແກ່ນັກທຸລະກິດ ທົົ່ວແຂວງສາລະວັນ ຄັ້ງທີ 7 ທີ່ເມືອງຕະໂອ້ຍ ໄດ້ໃຊ້ເວລາ 1 ຄາບ ຈິ່ງປິດລົງດ້ວຍຜົນສຳເລັດຢ່າງຈົບງາມ.

ສາຍພົວພັນລາວ-ຫວຽດນາມ

ວີດີໂອ....

ເຊື່ອມຕໍ່ເວບໄຊ້ທ

ເລກໂທ ສຸກເສີນ

ແຈ້ງໄຟໄໝ້:   1190
ຕຳຫຼວດ:       1191
ລົດໂຮງໝໍ:    1195
ໄຟຟ້າ:          1199
ນໍ້າປະປາ:      1169

ຈຳນວນຄົນອອນໄລ໌ທ

ມີ 5  ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌

ສະຖິຕິຜູ້ເຂົ້າຊົມ:

180878
ມື້ນີ້ມື້ນີ້48
ມື້ວານນີ້ມື້ວານນີ້66
ອາທິດນີ້ອາທິດນີ້390
ເດືອນນີ້ເດືອນນີ້892
ທັງໝົດທັງໝົດ180878