ຄະນະໂຄສະນາອົບຮົມແຂວງສາລະວັນ ສືບຕໍ່ຈັດອົບຮົມການເມືອງ-ແນວຄິດ ໃຫ້ນັກທຸລະກິດ ທົ່ວແຂວງສາລະວັນ ຄັ້ງທີ 8 ທີ່ເມືອງສະໝ້ວຍ

ຄະນະໂຄສະນາອົບຮົມແຂວງສາລະວັນ, ຮ່ວມກັບພະແນກອຸດສາຫະກຳ ແລະ ການຄ້າແຂວງ, ສະພາການຄ້າ ແລະ ອຸດສາຫະກຳແຂວງ ແລະ ເມືອງສະໝ້ວຍ ໄດ້ຈັດອົບຮົມການເມືອງ-ແນວຄິດ ໃຫ້ນັກທຸລະກິດ ກໍ່ຄືຜູ້ປະກອບການຕ່າງໆ ທີ່ເຄື່ອນໄຫວດຳເນີນທຸລະກິດ ຢູ່ເມືອງສະໝ້ວຍ ໃນຕອນເຊົົ້າຂອງວັນທີ 29 ມີນາ 2023 ຢູ່ທີ່ຫ້ອງປະຊຸມສະໂມສອນໃຫຍ່ຂອງເມືອງ ໂດຍໃຫ້ກຽດເຂົ້າຮ່ວມ ແລະ ເປັນປະທານຂອງທ່ານ ຈັນສະໝອນ ພົມມະແສງ ຄະນະປະຈຳພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ ໃຫ້ກຽດເຂົ້າຮ່ວມ ຂອງ ທ່ານ ນາງ ກຸແກ້ວ ທອງມະນີລາ ຮອງຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າແຂວງ, ທ່ານ ເປັງ ລາດຄຳພູມີ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ, ທ່ານ ວິໄລສັກ ພົມພັກດີ ຮອງເລຂາພັກເມືອງ, ຜູ້ຊີ້ນຳວຽກງານການເມືອງ-ແນວຄິດ, ທ່ານ ທອງວັນ ລືເດດມູນສອນ ຄະນະປະຈຳພັກເມືອງ, ຫົວໜ້າຄະນະໂຄສະນາອົບຮົມເມືອງ, ມີບັນດາຄະນະຮັບຜິດຊອບຂັ້ນແຂວງ, ເມືອງ ແລະ ນັກທຸລະກິດ ເຂົ້າຮ່ວມຢ່າງພ້ອມພຽງ.

ໃນບັ້ນອົບຮົມຄັ້ງນີ້ ໃຫ້ກຽດກ່າວເປີດພິທີຂອງທ່ານ ຈັນສະໝອນ ພົມມະແສງ ຄະນະປະຈຳພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ. ທ່ານ ໄດ້ກ່າວວ່າ: ຊຸດອົບຮົມຄັ້ງນີ້, ຈະໄດ້ນໍາເອົາເອກະສານ ເຂົ້າໃນບັ້ນອົບຮົມປະກອບມີ: ເສີມຂະຫຍາຍມູນເຊື້ອຂອງຊາດລາວ; ແນວທາງເສດຖະກິດຂອງພັກ, ຈັນຍາບັນຂອງນັກທຸລະກິດ ແລະ ດຳລັດ 237/ນຍ ວ່າດ້ວຍ ພາລະບົດບາດ ແລະ ການເຄື່ອນໄຫວ ຂອງສະພາການຄ້າ ແລະ ອຸດສາ ຫະກຳແຫ່ງຊາດ ແລະ ການເຂົ້າເຖິງແຫ່ງທຶນ SME. ຈາກນັ້ນ ໃນບັ້ນອົບຮົມ ຈະໄດ້ປະກອບຄໍາຄິດຄໍາເຫັນ ຢ່າງມີບັນຍາກາດຟົດຟື້ນ.

ຈຸດປະສົງໃນການອົບຮົົມຄັ້ງນີ້, ກໍ່ເພື່ອເຮັດໃຫ້ນັກທຸລະກິດ ຮັບຮູ້-ເຂົ້າໃຈ ກ່ຽວກັບແນວທາງນະໂຍບາຍຂອງພັກ, ເພືອເຮັດໃຫ້ນັກທຸລະກິດພາຍໃນ ແລະ ຕ່າງປະເທດ ທີ່ລົງທືນດໍາເນີນທຸລະກິດໃນບັນດາຂະແໜງການຕ່າງໆ ໄດ້ຮັບການປົກປ້ອງສິດ ແລະ ຜົນປະໂຫຍດຕາມກົດໝາຍຂອງສາທາລະນະ ລັດປະຊາທິປະໄຕປະຊາຊົນລາວ; ຮັບຮູ້ກ່ຽວກັບບັນດານິຕິກໍາ, ບົດບັນຍັດ, ເງື່ອນໄຂຕ່າງໆ ໃນການປະກອບການ ດ້ານທຸລະກິດ ລວມທັງກົດໝາຍກ່ຽວກັບການດໍາເນີນທຸລະກິດ, ພາສີ ອາກອນທຸລະກິດ, ເພື່ອຍົກສູງສະຕິລະວັງຕົວ ຕໍ່ກົນອຸບາຍຂອງພວກບໍ່ຫວັງດີ ທີ່ຫວັງມ້າງເພຄວາມສາມັກຄີພາຍໃນປະເທດເຮົາ. ເພື່ອຍົກສູງໜ້າທີ່ຄວາມຮັບຜິດຊອບ ປະຕິບັດ ສິດ ແລະ ພັນທະ ຂອງຕົນ ເພື່ອປະກອບສ່ວນ ເຂົ້າໃນການສ້າງສາພັດທະນາປະເທດຊາດ ເວົ້າລວມເວົ້າສະເພາະ. ເພື່ອເຮັດໃຫ້ນັກທຸລະກິດ ຜູ້ປະກອບການທີ່ດໍາເນີນທຸລະກິດພາຍໃນຂອບເຂດແຂວງສາລະວັນ ໃຫ້ເຂົ້າສູ່ລະບຽບການ ທີ່ພັກ-ລັດຂອງພວກເຮົາ ວາງອອກ.

ບັ້ນອົບຮົມວຽກງານການເມືອງ-ແນວຄິດ ໃຫ້ແກ່ນັກທຸລະກິດ ທົົ່ວແຂວງສາລະວັນ ຄັ້ງທີ 8 ທີ່ເມືອງສະຫມ້ວຍ ໄດ້ໃຊ້ເວລາ 1 ຄາບ ຈິ່ງປິດລົງດ້ວຍຜົນສຳເລັດຢ່າງຈົບງາມ.

ສາຍພົວພັນລາວ-ຫວຽດນາມ

ວີດີໂອ....

ເຊື່ອມຕໍ່ເວບໄຊ້ທ

ເລກໂທ ສຸກເສີນ

ແຈ້ງໄຟໄໝ້:   1190
ຕຳຫຼວດ:       1191
ລົດໂຮງໝໍ:    1195
ໄຟຟ້າ:          1199
ນໍ້າປະປາ:      1169

ຈຳນວນຄົນອອນໄລ໌ທ

ມີ 5  ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌

ສະຖິຕິຜູ້ເຂົ້າຊົມ:

180885
ມື້ນີ້ມື້ນີ້55
ມື້ວານນີ້ມື້ວານນີ້66
ອາທິດນີ້ອາທິດນີ້397
ເດືອນນີ້ເດືອນນີ້899
ທັງໝົດທັງໝົດ180885