ຄະນະໂຄສະນາອົບຮົມແຂວງສາລະວັນ ເປີດຮຽນສະ ໜັບສະໜູນ ໃຫ້ມະ ຫາຊົນຜູ້ທີ່ມີຄວາມກ້າວໜ້າ ເພື່ອຂະຫຍາຍເຂົ້າເປັນສະມາຊິກພັກ ປະຊາ ຊົນປະຕິວັດລາວ. ໂດຍປະຕິບັດຕາມ: ໃບອະນຸມັດຂອງຄະນະຈັດຕັ້ງແຂວງສາລະວັນ ສະບັບເລກທີ 23,25, 30, 31, 32 ແລະ 34/ຄຈຂ,ສວ, ລົງວັນທີ 21/6/2021 ວ່າດ້ວຍ: ການອະນຸມັດຮຽນສະໜັນສະໜູນ.
ພິທີໄດ້ຈັດຂຶ້ນໃນຕອນເຊົ້າວັນທີ 1 ກໍລະກົດ 2021 ນີ້ ຢູ່ຫ້ອງປະຊຸມຂອງພະແນກການເງິນແຂວງ ໂດຍໃຫ້ກຽດເຂົ້າຮ່ວມ ແລະ ບັນຍາຍເອກະສານ ຂອງສະຫາຍ ເປັງ ລາດຄໍາພູມີ ຮອງເລຂາໜ່ວຍພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ. ໃນນັ້ນ ,ມີມະຫາຊົນຜູ້ທີ່ມີຄວາມກ້າວໜ້າ ເຂົ້້າຮ່ວມຮຽນຈາກ 6 ພະແນກການອ້ອມແຂວງ ເປັນຕົ້ນແມ່ນ ຄະນະໜ່ວຍພັກລັດວິສາຫະກິດໄຟຟ້າລາວ ສາຂາແຂວງສາລະວັນ, ຄະນະພັກຮາກຖານພະແນກແຮງງານ ແລະ ແລະ ສະຫວັດດີການສັມຄົມແຂວງ, ຄະນະພັກຮາກຖານພະແນກສຶກສາທິການ ແລະ ກິລາແຂວງ, ໜ່ວຍພັກພະແນກການຕ່າງປະເທດ, ຄະນະພັກຮາກຖານພະແນກການເງິນແຂວງ ແລະ ຄະນະພັກຮາກຖານພະແນກກະສິກໍາ ແລະ ປ່າໄມ້ແຂວງ ເຊິ່ງມີຈໍານວນພົນທັງໝົດ 19 ສະຫາຍ, ຍິງ 9 ສະຫາຍ. ໃນພິທີມະຫາຊົນຜູ້ທີ່ມີຄວາມກ້າວໜ້າ ໄດ້ຮັບຟັງການເຊື່ອມຊືມເອກະສານຕ່າງໆກ່ຽວກັບພັກ ເຊິ່ງມີທັງໝົດ 11 ຫົວຂໍ້ຄື: 1, ພັກການເມືອງແມ່ນຫຍັງ?, ເປັນຫຍັງຈີ່ງມີພັກການເມືອງ?, 2 ພັກປະຊາຊົນ ປະຕິວັດລາວໄດ້ຮັບການສ້າງຕັ້ງຂື້ນຄືແນວໃດ?, 3 ພັກປະຊາຊົນປະຕິວັດລາວ ແມ່ນພັກແນວໃດ?, 4 ພັກປະຊາຊົນປະຕິວັດລາວ ຈັດຕັ້ງຕາມຫຼັກການອັນໃດແດ່?, 5 ພັກປະຊາຊົນປະຕິວັດລາວມີສາຍໃຍການຈັດຕັ້ງຄືແນວໃດ?, 6 ພັກປະຊາຊົນ ປະຕິວັດລາວ ປະກອບດ້ວຍບຸກຄົນຄືແນວໃດ?, 7 ພັກປະຊາຊົນ ປະຕິວັດລາວມີວັດຖຸປະສົງ ແລະ ອຸດົມການຄືແນວໃດ?, 8 ພັກປະຊາຊົນ ປະຕິວັດລາວ ມີທາດແທ້ແນວໃດແດ່? 9 ມາດຖານຂອງສະມາຊິກພັກ ແລະ ເງື່ອນໄຂ ຜູ້ຈະເຂົ້າເປັນສະມາຊິກພັກ ປະຊາຊົນ ປະຕິວັດລາວມີແນວໃດແດ່?, 10 ສະມາຊິກພັກມີໜ້າທີ່, ພັນທະ ແລະ ຜົນປະໂຫຍດຫຍັງແດ່? ແລະ 11 ຂໍ້ຫ້າມສຳລັບສະມາຊິກພັກປະຊາຊົນ ປະຕິວັດລາວ.
ຜ່ານການເຊື່ອມຊຶມເອກະສານສຶກສາອົບຮົມເປົ້າໝາຍຂະຫຍາຍເຂົ້າພັກ ໄດ້ເຮັດໃຫ້ມະຫາຊົນ ຜູ້ທີ່ມີຄວາມກ້າວໜ້າ ໄດ້ຮັບຮູ້ເຂົ້າໃຈເບື້ອງຕົ້ນ ກ່ຽວກັບປະຫວັດຄວາມເປັນມາ, ອຸດົມການ ແລະ ທາດແທ້ຂອງພັກ, ເຂົ້າໃຈກ່ຽວກັບມາດຖານ, ເງື່ອນໄຂ ແລະ ຜົນປະໂຫຍດທີ່ຈະໄດ້ຮັບຂອງສະມາຊິກພັກ.
ພ້ອມດຽວກັນນັ້ນ ສະຫາຍ ເປັງ ລາດຄໍາພູມີ ຮອງເລຂາໜ່ວຍພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ ກໍ່ໄດ້ມອບໃບຢັ້ງຢືນໃຫ້ແກ່ມະຫາຊົນກ້າວໜ້າ ທີ່ໄດ້ຜ່ານການຮຽນສະໜັບສະໜູນຄັ້ງນີ້ ເພື່ອເປັນການຢັ້ງຢືນ ແລະ ເປັນການທົດສອບໃນການຝຶກຝົນຫຼໍ່ຫຼອມວຽກງານຂອງມະຫາຊົນ ຜູ້ທີ່ມີຄວາມກ້າວໜ້າ ຕາມການມອບໝາຍຂອງຂັ້ນເທິງຕົນ.
ມີ 11 ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌
![]() | ມື້ນີ້ | 178 |
![]() | ມື້ວານນີ້ | 224 |
![]() | ອາທິດນີ້ | 892 |
![]() | ເດືອນນີ້ | 4863 |
![]() | ທັງໝົດ | 194778 |