ຄະນະໂຄສະນາອົບຮົມແຂວງສາລະວັນ ເປີດຮຽນກົດລະບຽບພັກປະຊາຊົນປະຕິວັດລາວໃຫ້ມະຫາຊົນກ້າວໜ້າເພື່ອຂະຫຍາຍເຂົ້າເປັນສະມາຊິກພັກປະຊາຊົນປະຕິວັດລາວ.

ໃນຕອນບ່າຍຂອງວັນທີ 1 ກໍລະກົດ 2021 ຄະນະໂຄສະ ນາອົບຮົມແຂວງ ໄດ້ຈັດພິທີເປີດຮຽນກົດລະບຽບພັກປະຊາຊົນປະຕິວັດລາວ ໃຫ້ມະຫາຊົນກ້າວໜ້າເພື່ອຂະ ຫຍາຍເຂົ້າເປັນສະມາຊິກພັກປະຊາຊົນປະຕິວັດລາວ ໃຫ້ແກ່6ພາກສ່ວນຄື: ມະຫາຊົນມາຈາກຄະນະພັກຮາກ ຖານພະແນກສຶກສາທິການ ແລະ ກິລິແຂວງ, ຄະນະ ພັກຮາກຖານພະແນກການເງິນແຂວງ, ໜ່ວຍພັກຄະ ນະບໍລິຫານງານຊາວໜຸ່ມແຂວງ, ຄະນະພັກຮາກຖານພະແນກສາທາລະນະສຸກແຂວງ, ໜ່ວຍພັກຄະນະຮັບຜິດ ຊອບອານຸສາວະລີແຂວງ, ໜ່ວຍພັກຮາກຖານພະແນກກະສິກໍາ ແລະ ປ່າໄມ້ແຂວງ ແລະ ມາຈາກໜ່ວຍພັກພະແນກຍຸຕິທໍາແຂວງ .ພິທີໄດ້ຈັດຂຶ້ນຢູ່ທີ່ຫ້ອງປະຊຸມພະແນກການເງິນແຂວງ ພາຍໃຕ້ການເປັນປະ ທານ ແລະ ບັນຍາຍເອກະສານກົດລະບຽບພັກປະຊາຊົນ ປະຕິວັດລາວ ສະໄໝທີ XI ຂອງສະຫາຍ ເປັງ ລາດຄໍາພູມີ ຮອງເລຂາໜ່ວຍພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ, ໃນພິທີຄັ້ງນີ້ ມີບັນດາມະຫາຊົນຜູ້ທີມີຄວາມກ້າວໜ້າ ເຂົ້າ ຮ່ວມຮຽນທັງໝົດ 25 ສະຫາຍ, ຍິງ 10 ສະຫາຍ.

ໃນພິທີ ສະຫາຍ ເປັງ ລາດຄໍາພູມີ ຮອງເລຂາໜ່ວຍພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງໃນນັ້ນ ສະຫາຍໄດ້ຍົກໃຫ້ເຫັນຫຼາຍເນື້ອໃນ ເປັນຕົ້ນແມ່ນ: ບັນດານື້ອໃນພື້ນຖານກ່ຽວກັບພັກປະຊາຊົນ ປະຕິວັດລາວ, ພັກປະຊາຊົນປະຕິວັດລາວ ກໍ່ສ້າງ ແລະ ປັບປຸງຕົນໄປຕາມ 5 ຫຼັກການ, 3 ທິດນໍາຂອງພັກ ແລະ ຜ່ານກົດລະບຽບພັກ ທັງໝົດ 15 ໝວດ, 64 ມາດຕາ.

ໃນນັ້ນ, ສະຫາຍ ໄດ້ເນັ້ນໜັກໃຫ້ມາຫາຊົນຜູ້ທີ່ມີຄວາມກ້າວໜ້າຕ້ອງເອົາໃຈໃສ່ປະຕິບັດໃຫ້ໄດ້ 11 ຂໍ້ຫ້າມຂອງສະມາຊິກພັກ ດັ່ງນີ້: ຫ້າມເອົາຂໍ້ມູນ, ຂ່າວສານ ແລະ ເອກະສານຕ່າງໆ ຂອງພັກຂອງຊາດ ຂອງກົມກອງເຜີຍແຜ່ແຈກຢາຍດ້ວຍຮູບການຕ່າງໆ; ຫ້າມກໍ່ພັກແຍກພວກ, ແບ່ງແຍກຄວາມສາມັກຄີພາຍໃນພັກ, ສ້າງຄວາມສາມັກຄີເປັນປຶກແຜ່ນຂອງປະຊາຊົນບັນດາເຜົ່າ ແລະ ການກະທໍາຫຼາຍເຄົ້າ, ຫຼາຍພັກການເມືອງ; ຫ້າມແກ້ແຄ້ນ, ປາບປາມ, ບັງຄັບ, ນາບຂູ່ທຸກຮູບແບບຕໍ່ຜູ້ກ່າວຟ້ອງ, ຜູ້ຕໍານິສົ່ງຂ່າວ ແລະ ຜູ້ສະເຫນີຂໍ້ມູນ ລາຍງານດ້ານຫຍໍ້ທໍ້ຕ່າງໆ ຂອງຕົນ ໃຫ້ແກ່ການຈັດຕັ້ງພັກ ແລະ ຂັ້ນເທິງ; ຫ້າມຈັດຕັ້ງ, ເຄື່ອນໄຫວ, ເຂົ້າຮ່ວມຊຸມນຸມປະທ້ວງຕ້ານການຈັດຕັ້ງພັກ-ລັດ ແລະ ໂຄສະນາບິດເບືອນ, ໃສ່ຮ້າຍປ້າຍສີແນວທາງນະໂຍບາຍຂອງພັກ, ທັບຖົມໂຈມຕີບຸກຄົນ ຫຼື ການຈັດຕັ້ງ ແລະ ລະບອບປະຊາທິປະໄຕປະຊາຊົນລາວ; ຫ້າມສວຍໃຊ້ຫນ້າທີ່, ຕໍາແຫນ່ງ, ສິດອໍານາດຂອງຕົນ ຫຼື ແອບອ້າງຖານະຊື່ສຽງຂອງບຸກຄົນອື່ນ - ເພື່ອສະແຫວງຫາຜົນປະໂຫຍດແກ່ຕົນເອງ, ຄອບຄົວ, ຍາດພີ່ນ້ອງ ແລະ ບຸກຄົນອື່ນ ເຊິ່ງເປັນພຶດຕິກໍາການສໍ້ລາດບັງຫຼວງ; ຫ້າມສະມາຊິກພັກ ທີ່ເປັນພະນັກງານ, ລັດຖະກອນ, ທະຫານ, ຕໍາຫຼວດ, ພະນັກງານລັດວິສາຫະກິດທີ່ມີຖານະຕໍາແຫນ່ງ, ສິດອໍານາດ ລວມທັງເລຂາຫນ່ວຍພັກ ແລະ ນາຍບ້ານ ແຕ່ງຕັ້ງ, ບັນຈຸສັບຊ້ອນ ຜົວ ຫຼື ເມຍ, ລູກ ຫຼື ຍາດໃກ້ຊິດ ຮັບຜິດຊອບວຽກງານຈັດຕັ້ງ-ພະນັກງານ, ວຽກງານກວດກາ, ເປັນເລຂາ, ບັນຊີການເງິນ, ນາຍຄັງ, ນາຍສາງ ຫຼື ເປັນຜູ້ຈັດຊື້ ແລະ ຈັດຈ້າງຕ່າງໆ ຢູ່ໃນການຈັດຕັ້ງທີ່ຕົນຮັບຜິດຊອບ; 7. ຫ້າມສະມາຊິກພັກ ທີ່ເປັນພະນັກງານ, ລັດຖະກອນ, ທະຫານ, ຕໍາຫຼວດ ທີ່ຍັງປະຈໍາການເປັນຜູ້ອໍານວຍການ, ເປັນຄະນະອໍານວຍການ, ເປັນຜູ້ຈັດການວິສາຫະກິດ, ເປັນທີ່ປຶກສາໃຫ້ ແກ່ວິສາຫະກິດເອກະຊົນທັງພາຍໃນ ແລະ ຕ່າງປະເທດ; (ຍົກເວັ້ນຜູ້ທີ່ໄດ້ຖືກແຕ່ງຕັ້ງມອບຫມາຍຈາກການຈັດຕັ້ງ); 8. ຫ້າມປອມແປງເອກະສານ, ນໍາໃຊ້ເອກະສານປອມ, ກົດຫນ່ວງຖ່ວງດຶງເອກະສານຕ່າງໆ ເພື່ອຫາຜົນປະໂຫຍດສ່ວນຕົວ, ຄອບຄົວ, ຍາດພີ່ນ້ອງ ແລະ ບຸກຄົນອື່ນໆ; ປົກປິດ, ເຊື່ອງອໍາຂໍ້ມູນ, ຫຼັກຖານ ຫຼື ລາຍງານບໍ່ຖືກກັບຄວາມຈິງ, ບໍ່ໃຫ້ການຮ່ວມມືກັບການຈັດຕັ້ງທີ່ກ່ຽວຂ້ອງ ໃນການປະຕິບັດຫນ້າທີ່; ຫ້າມຍັກຍອກ, ສໍ້ໂກງ ເອົາຊັບສິນ, ເງິນຄໍາຂອງລັດ, ລວມຫມູ່, ຂອງພົນລະເມືອງ ແລະ ຫ້າມນໍາ ໃຊ້ງົບປະມານ, ຊັບສິນຂອງລັດ, ລວມຫມຫຼື ປຸກລະດົມ ການອຸປະຖໍາໃນທຸກຮູບແບບ ເພື່ອຈັດງານຕ່າງໆ ຫຼື ເອົາໄປເຮັດຂອງຂວັນ, ຂອງຕ້ອນຮັບໃຊ້ສ່ວນຕົວ, ຄອບຄົວ, ຍາດພີ່ນ້ອງ ່ ແລະ ບຸກຄົນອື່ນໆ;  ຫ້າມຄອບຄອງ, ນໍາໃຊ້ຊັບສິນຂອງລັດ, ລວມຫມູ່ ເກີນກໍານົດທີ່ອະນຸຍາດ; ຫ້າມຫັນ, ໂອນ, ໃຫ້ຜູ້ອື່ນເຊົ້າ ຫຼື ເອົາໄປນໍາໃຊ້ໂດຍບໍ່ຖືກຕ້ອງຕາມກົດຫມາຍ ແລະ ລະບຽບການຂອງລັດ; ຫ້າມຫຼິ້ນກິນຟຸມເຟືອຍ, ຈັດງານປະເພນີ ທີ່ເປັນການສ້າງຄ່ານິຍົມ ທີ່ບໍ່ຖືກຕ້ອງ, ຫ້າມຫຼິ້ນ ແລະ ສ້າງເງື່ອນໄຂອໍານວຍຄວາມສະດວກ ໃນການຫຼິ້ນພະນັນທີ່ຕ້ອງຫ້າມ; ຫ້າມເຄື່ອນໄຫວເປັນໝໍຜີ, ໝໍເດົາ, ໝໍເຢຢາ ແລະ ສວຍໃຊ້ສາສະໜາເຄື່ອນໄຫວທີ່ຜິດກົດໝາຍ, ຫ້າມຢູ່ຮ່ວມກັບບຸກຄົນອື່ນຖານະຜົວ ຫຼື ເມຍ ກ້າມແຕ່ງງານກັບຄົນຕ່າງປະເທດ ທີ່ບໍ່ຖືກຕ້ອງຕາມກົດໝາຍ. ສະມາຊິກພັກທີ່ມີການລະເມີດຕໍ່ຂໍ້ຫ້າມດັ່ງກ່າວ ຈະຖືກສໍາຫຼວດກວດກາ,ສຶກສາອົບຮົມ ແລະ ລົງວິໄນຢ່າງເຂັ້ມງວດ.

ພາຍຫຼັງສຳເລັດໃນການຮຽນກົດລະບຽບຂອງພັກປະຊາຊົນປະຕິວັດລາວ ສະຫາຍ ເປັງ ລາດຄໍາພູມີ ຮອງເລຂາໜ່ວຍພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ ໄດ້ມີການມອບໃບຢັ້ງຢືນໃຫ້ຜູ້ທີຜ່ານການຮຽນໃນຄັ້ງນີ້ຕື່ມອີກ ຮັບໂດຍແມ່ນມະຫາຊົນຜູ້ທີມີຄວາມກ້າວໜ້າເພື່ອຂະຫຍາຍເຂົ້າພັກ ຕາມລຳດັບ

ສາຍພົວພັນລາວ-ຫວຽດນາມ

ວີດີໂອ....

ເຊື່ອມຕໍ່ເວບໄຊ້ທ

ເລກໂທ ສຸກເສີນ

ແຈ້ງໄຟໄໝ້:   1190
ຕຳຫຼວດ:       1191
ລົດໂຮງໝໍ:    1195
ໄຟຟ້າ:          1199
ນໍ້າປະປາ:      1169

ຈຳນວນຄົນອອນໄລ໌ທ

ມີ 8  ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌

ສະຖິຕິຜູ້ເຂົ້າຊົມ:

180879
ມື້ນີ້ມື້ນີ້49
ມື້ວານນີ້ມື້ວານນີ້66
ອາທິດນີ້ອາທິດນີ້391
ເດືອນນີ້ເດືອນນີ້893
ທັງໝົດທັງໝົດ180879