ແຂວງສາລະວັນ ຝຶກອົບຮົມປະຊາຊົນລຽບຕາມຊາຍແດນ ຢູ່ເມືອງລະຄອນເພັງ

ໃນລະຫວ່າງວັນທີ 17-18/5/2018​ນີ້ ຄະນະໂຄສະນາອົບຮົມແຂວງສາລະວັນ ຮ່ວມກັບຄະນະໂຄສະນາອົບຮົມ ເມືອງລະຄອນເພັງ ພ້ອມ ດ້ວຍອົງການປົກຄອງບ້ານທ່າຄັນຊຸມແຊວ ໄດ້ພ້ອມກັນຈັດຕັ້ງຊຸດຝຶກອົບຮົມ ຄວາມຮູ້ພື້ນຖານດ້ານການເມືອງ-ການປົກຄອງ, ການສ້າງບ້ານພັດທະນາ ຕິດພັນກັບການຝຶກອົບຮົມຊປະຊາຊົນລຽບຕາມຊາຍແດນທີ່ບ້ານຄັນຊຸມແຊວ,ເມືອງລະຄອນເພັງ ໂດນແຂວງສາລະວັນ ໂດຍໃຫ້ກຽດເປັນປະທານຂອງທ່ານ ສີເຮັງ ຫອມສົມ ບັດຄະນະປະຈໍາພັກແຂວງ, ຫົວໜ້າຄະນະໂຄສະ ນາອົບຮົມແຂວງ ໃຫ້ກຽດເຂົ້້າຮ່ວມເປັນຄະນະປະທານຂອງທ່ານ ພັນຕີ ບຸນທະວີ ສິມມະສານ  ຮອງເລຂາພັກ-ຫົວໜ້າຄະນະຈັດ ຕັ້ງເມືອງ ຊຸດຝຶກອົບຮົມຄັ້ງນີ້, ມີຜູ້ເຂົ້າຮ່ວມອົບມາຈາກອົງການປົົກຄອງບ້ານທ່າຊຸມແຊວ ມີທັງໝົດ 57 ຄົນ, ຍິງ 17 ຄົນ; ສະມາຊິກພັກ 7 ສະຫາຍ, ຍິງ 2 ສະຫາຍ ຈຸດປະສົງໃນການຈັດຝຶກອົບຮົມແມ່ນເພື່ອເຜີຍແຜ່ແນວທາງນະໂຍບາຍຂອງພັກ ເພື່ອເຮັດໃຫ້ປະຊາຊົນທີ່ຢູ່ບ້ານລຽບຕາມຊາຍແດນລາວ-ໄທ ຮູ້ຈັກທໍາມະຫາກິນທີ່ຖືກລະບຽບກົດໝາຍ ແລະ ນໍາເອົາເນື້ອໃນຈິດໃຈ ໃນການຝຶກອົບຮົມຄັ້ງນີ້ ໄປເຜີຍແຜ່ຕໍ່ໃຫ້ຊາວບ້ານຮັບຮູ້ຕື່ມ. ໃນ

ຕອນທ້າຍກອງປະຊຸມ ໄດ້ໃຫ້ມອບໃບຢັ້ງຢືນ ແລະ ມີຄໍາເຫັນໂອລົມຂອງທ່ານ ແກ້ວຜາ ສີລາດວງໃຈ ຮັກສາການຮອງເລຂາພັກ-ເຈົ້າເມືອງໆລະຄອນເພັງ ໃນພິທີຄັ້ງນີ້ໄດ້ດໍາເນີນໄປເປັນເວລາ 2 ວັນຈິ່ງປິດລົງດ້ວຍຜົນສໍາເລັດ.

ສາຍພົວພັນລາວ-ຫວຽດນາມ

ວີດີໂອ....

ເຊື່ອມຕໍ່ເວບໄຊ້ທ

ເລກໂທ ສຸກເສີນ

ແຈ້ງໄຟໄໝ້:   1190
ຕຳຫຼວດ:       1191
ລົດໂຮງໝໍ:    1195
ໄຟຟ້າ:          1199
ນໍ້າປະປາ:      1169

ຈຳນວນຄົນອອນໄລ໌ທ

ມີ 4  ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌

ສະຖິຕິຜູ້ເຂົ້າຊົມ:

180882
ມື້ນີ້ມື້ນີ້52
ມື້ວານນີ້ມື້ວານນີ້66
ອາທິດນີ້ອາທິດນີ້394
ເດືອນນີ້ເດືອນນີ້896
ທັງໝົດທັງໝົດ180882