ໃນຕອນບ່າຍຂອງວັນທີ 4 ກັນຍາ 2023, ຄະນະໂຄສະນາອົບຮົມແຂວງສາລະວັນ ໄດ້ຈັດພິທີເປີດຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ ແຕ່ປີ 2023-2025 ຂື້ນທີ່ຫ້ອງການ ຄະນະໂຄສະນາອົບຮົມແຂວງ ໂດຍການເປັນປະທານຂອງທ່ານ ຈັນສະໝອນ ພົມມະແສງ ຄະນະປະຈໍາພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ ມີບັນດາພະນັກງານການນໍາຫຼັກແຫຼ່ງ ຂອງຄະນະໂຄສະນາອົບຮົມແຂວງ, ຫົວໜ້າ-ຮອງຫົວໜ້າຂະແໜງ, ພະນັກງານ-ລັດຖະກອນ ພາຍໃນຄະນະໂຄສະນາອົບຮົມແຂວງ ເຂົ້າຮ່ວມ.
ໃນພິທີຄັ້ງນີ້, ທ່ານ ຈັນສະໝອນ ພົມມະແສງ ຄະນະປະຈໍາພັກແຂວງ ຫົວໜ້າຄະນະໂຄສະນາອົບຮົມແຂວງ ໄດ້ເຜີຍແຜ່ຄໍາສັ່ງເລກທີ 06/ຈຂ.ສວ, ລົງວັນທີ 7 ທັນວາ 2022 ເລື່ອງ: ການແຂ່ງຂັນຮັກຊາດ, ສ້າງບ້ານພັດທະນາ ແລະ ຂະຫຍາຍວຽກງານ 3 ສ້າງ ເຂົ້າສູ່ລວງເລິກ ໃນທົ່ວແຂວງ ປີ 2021-2025. ຈາກນັ້ນ, ທ່ານ ຄໍາພູນ ຈັນທະລາດ ເລຂາໜ່ວຍພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ ຍັງໄດ້ເຜີຍແຜ່ຄໍາແນະນໍາ ເລກທີ 01/ຄຊຂຍ,ຂອງ ຄະນະຊີ້ນໍາການແຂ່ງຂັນ-ຍ້ອງຍໍ ຮັກຊາດ ແລະ ພັດທະນາແຂວງ ສາລະວັນ, ລົງວັນທີ 2 ກຸມພາ 2023 ເລື່ອງ: ແນະນໍາກ່ຽວກັບ ການເປີດຂະບວນການການແຂ່ງຂັນໃນຂອບເຂດທົ່ວແຂວງ ພາຍໃຕ້ຄໍາຂວັນ ຮັກຊາດ, ສ້າງບ້ານພັດທະນາ ແລະ ຊຸກຍູ້ວຽກງານ 3 ສ້າງ ເຂົ້າສູ່ລວງເລິກ.
ຫຼັງຈາກນັ້ນ, ທ່ານ ນາງ ບຸຜາ ສຸດທິຈັກ ກໍ່ໄດ້ຜ່ານຂໍ້ຕົກລົງຂອງຄະນະໂຄສະນາອົບຮົມແຂວງ ສະບັບເລກທີ 246/ຄອຂ,ສວ, ລົງວັນທີ 29 ສິງຫາ 2023 ວ່າດ້ວຍ: ການແຕ່ງຕັ້ງຄະນະຊີ້ນໍາແຂ່ງຂັນ-ຍ້ອງຍໍ ຮັກຊາດ ແລະ ພັດທະນາ ພາຍໃນຄະນະໂຄສະນາອົບຮົມແຂວງ ແລະ ປະກາດເນື້ອໃນຂໍ້ແຂ່ງຂັນ-ຍ້ອງຍໍ ຮັກຊາດ ແລະ ພັດທະນາ ແລະ ແຜນການແຂ່ງຂັນ ຂອງຄະນະໂຄສະນາອົບຮົມແຂວງ ໃນພິທີບັນດາຜູ້ເຂົ້າຮ່ວມ ກໍ່ໄດ້ພ້ອມກັນມີການແລກປ່ຽນຄໍາເຫັນ ຢ່າງມີບັນຍາກາດຟົດຟື້ນ.
ໃນຕອນທ້າຍ ພິທີ ຍັງໄດ້ຕົບມືຮັບຮອງເອົາຂໍ້ແຂ່ງຂັນດັ່ງກ່າວ ພ້ອມທັງຈັບມືແຂ່ງຂັນກັນ ເພື່ອຢັ້ງຢືນ ໃນການເປີດຂະບວນການແຂ່ງຂັນ ຮັກຊາດ ແລະ ພັດທະນາ ໃນປີ 2023-2025.
ມີ 12 ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌
![]() | ມື້ນີ້ | 362 |
![]() | ມື້ວານນີ້ | 262 |
![]() | ອາທິດນີ້ | 600 |
![]() | ເດືອນນີ້ | 5026 |
![]() | ທັງໝົດ | 204763 |