ຄະນະໂຄສະນາອົບຮົມແຂວງ ຮ່ວມກັບຄະນະບໍລິຫານງານຊາວຫນຸ່ມແຂວງສາລະວັນ ຈັດພິທີອົບຮົມການເມືອງ-ແນວຄິດ ໃຫ້ສະມາຊິກຊາວໜຸ່ມ ທີ່ສັງກັດຢູ່ໜ່ວຍຮາກຖານພະແນກການ, ອົງການ,ກົມກອງອ້ອມຂ້າງແຂວງ ,ຊາວຫນຸ່ມອ້ອມຂ້າງເມືອງສາລະວັນ ຂື້ນວັນທີ 19 ກັນຍາ 2023 ທີ່ສະໂມສອນໃຫຍ່ ຂອງແຂວງສາລະວັນ ໂດຍການເປັນປະທານ ຂອງທ່ານ ຈັນສະຫມອນ ພົມະແສງ ຄະນະປະຈໍາພັກແຂວງ, ຫົວຫນ້າໂຄສະນາອົບຮົມແຂວງສາລະວັນ, ມີທ່ານ ຈັນທະວອນ ສີຫາຈັກ ເລຂາຄະນະບໍລິຫານງານຊາວໜຸ່ມແຂວງ ມີບັນດາ ສະມາຊິກຊາວໜຸ່ມ ທີ່ສັງກັດຢູ່ໜ່ວຍຮາກຖານອົງການ,ກົມກອງ, ພະແນກການອ້ມຂ້າງແຂວງ,ຊາວຫນຸ່ມອ້ອມຂ້າງເມືອງສາລະວັນ ເຂົ້າຮ່ວມ.
ໃນພິທີ, ທ່ານ ຈັນສະຫມອນ ພົມມະແສງ ກໍ່ໄດ້ກ່າວເປີດພິທີ ເຊິ່ງທ່ານ ໃຫ້ຮູ້ວ່າ: ຈຸດປະສົງ ແມ່ນເພື່ອຈັດຕັ້ງຜັນຂະຫຍາຍເນື້ອໃນຈິດໃຈມະຕິກອງປະຊຸມໃຫ່ຍຄັ້ງທີ XI ຂອງສູນກາງພັກ ກໍຄືມະຕິ 9 ຂອງອົງຄະນະພັກແຂວງ ໃຫ້ເຂົ້າສູ່ຊີວິດຕົວຈິງ ແລະ ທັງນີ້ກໍເພື່ອເປັນການສຶກສາອົບຮົມໃຫ້ແກ່ເປົ້າຫມາຍຕ່າງໆເວົ້າລວມ, ເວົ້າສະເພາະ ແມ່ນສືກສາອົບຮົມການເມືອງ-ແນວຄິດ ໃຫ້ແກ່ຖັນແຖວຊາວໜຸ່ມ; ເພື່ອເຮັດໃຫ້ສະມາຊິກຊາວໜຸ່ມ ມີຄວາມຮັບຮູ້-ເຂົ້າໃຈ ກ່ຽວກັບມູນເຊື້ອຂອງຊາດລາວ, ມູນເຊື້ອຂອງຊາວໜຸ່ມລາວ; ຮັບຮູ້ເຂົ້າໃຈກ່ຽວກັບການແກ້ປະກົດການຫຍໍ້ທໍ້ໃນຖັນແຖວຊາວໜຸ່ມ; ເພື່ອປັບປຸງທັດສະນະຫຼັກໝັ້ນຂອງຊາວໜຸ່ມ ໃຫ້ມີຄວາມໜັກແໜ້ນ, ເຂັ້ມແຂງ ສາມາດເຮັດຫຼ້ອນພາລະກິດຂອງຊາວໜຸ່ມ ແລະ ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ.
ຫົວຂໍ້ທີ່ຈະນໍາມາອົມຮົມໃນຄັ້ງນີ້ມີຄື: 1. ເສີມຂະຫຍາຍມູນເຊື້ອຂອງຊາດລາວ; 2. ມູນເຊື້ອຂອງຊາວໜຸ່ມລາວ; 3. ພັກປະຊາຊົນປະຕິວັດລາວກັບຊາວໜຸ່ມ; 4: ການສ້າງ ແລະ ບູລະນະລະບອບປະຊາທິປະໄຕປະຊາຊົນຕາມທິດສັງຄົມນິຍົມ; 5: ຊາວໜຸ່ມກັບການປົກປັກຮັກສາ ແລະ ເສີມຂະຫຍາຍວັດທະນະທຳຂອງຊາດ; 6: ຕ້ານ ແລະ ສະກັດກັ້ນປະກົດການຫຍໍ້ທໍ້ໃນໝູ່ຊາວໜຸ່ມ; 7: ຍຸດທະສາດການພັດທະນາຊາວໜຸ່ມ-ເຍົາວະຊົນ;
8: ຊາວໜຸ່ມກັບພັນທະປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ 9.ຝຶກຝົນຄຸນສົມບັດສິນທຳປະຕິວັດ ແມ່ນໜ້າທີ່ຂອງຊາວໜຸ່ມ. ຊຸດຝຶກອົບຮົມຄັ້ງນີ້ ແມ່ນຈະດໍາເນີນໄປ 1 ວັນ ເຊິ່ງມີຜູ້ເຂົ້າຮ່ວມອົບຮົມທັງຫມົດ 188 ທ່ານ, ຍິງ 63 ທ່ານແລະ ມີຄູຝຶກ 5 ທ່ານ, ຍິງ 1 ທ່ານ, ມາຈາກ ຄະນະໂຄສະນາອົບຮົມແຂວງ 2 ທ່ານ ແລະ ຈາກຄະນະບໍລິຫານງານຊາວໜຸ່ມແຂວງ 3 ທ່ານ, ຍິງ 1 ທ່ານ.
ໃນຕອນທ້າຍ ທ່ານ ຈັນສະຫມອນ ພົມມະແສງ ຄະນະປະຈໍາພັກ,ຫົວຫນ້າຄະນະໂຄສະນາອົບຮົມແຂວງ ກໍໄດ້ໃຫ້ກຽດມີຄໍາເຫັນໂອ້ລົມຕື່ມອີກ.
ມີ 14 ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌
![]() | ມື້ນີ້ | 378 |
![]() | ມື້ວານນີ້ | 262 |
![]() | ອາທິດນີ້ | 616 |
![]() | ເດືອນນີ້ | 5042 |
![]() | ທັງໝົດ | 204779 |