ກອງປະຊຸມຮັບການສ່ອງແສງສະພາບແນວຄິດ-ຫາງສຽງສັງຄົມ ທົ່ວແຂວງສາລະວັນ, ໄດ້ຈັດຂຶ້ນໃນວັນທີ 28 ກັນຍາ 2023 ທີ່ຫ້ອງປະຊຸມຊັ້ນ III ຂອງຫ້ອງວ່າການ, ໂດຍການເປັນປະທານຮ່ວມຂອງທ່ານ ລາວປາວຊົ່ງ ນະວົງໄຊ ກຳມະການສູນກາງພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ມີທ່ານນາງ ບຸນທະວີ ດວງລາສີ ຮອງເລຂາພັກແຂວງ, ຜູ້ຊີ້ນໍາວຽກງານການເມືອງ-ແນວຄິດ, ວຽກງານພັກ-ພະນັກງານ, ມີຫົວໜ້າຄະນະໂຄສະນາອົບຮົມແຂວງ, ຄະນະນໍາຂອງຄະນະໂຄສະນາອົບຮົມແຂວງ, ຄະນະຊີ້ນໍາຕິດຕາມ, ເກັບກຳສະພາບແນວຄິດ-ຫາງສຽງສັງຄົມຂັ້ນແຂວງ, ຂັ້ນເມືອງ ພ້ອມດ້ວຍ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ໃນພິທີທ່ານນາງ ບຸນທະວີ ດວງລາສີ ຮອງເລຂາພັກແຂວງ, ຜູ້ຊີ້ນໍາວຽກງານການເມືອງ-ແນວຄິດ, ວຽກງານພັກ-ພະນັກງານ ກໍໄດ້ກ່າວຕ້ອນຮັບແຂກພ້ອມທັງລາຍງານສະພາບລວມຂອງແຂວງ.
ຈາກນັ້ນ, ທ່ານ ຈັນສະໝອນ ພົມມະແສງ ຄະນະປະຈໍາພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ ໄດ້ລາຍງານໂດຍສັງເຂບຕໍ່ກັບສະພາບແນວຄິດ ແລະ ຫາງສຽງສັງຄົມ ຢູ່ແຂວງສາລະວັນ ເຊິ່ງທ່ານ ໄດ້ໃຫ້ຮູ້ວ່າ: ມາຮອດປັດຈຸບັນມີຕາໜ່າງເພື່ອນຮ່ວມງານເກັບກຳ ສະພາບແນວຄິດ-ຫາງສຽງສັງຄົມ ທັງໝົດທົ່ວແຂວງ 294 ທ່ານ, ຍິງ 51 ທ່ານ, ຊຶ່ງໄດ້ຜ່ານການຈັດຝຶກອົບຮົມ, ແນະນຳ ແລະ ກຳນົດສິດໜ້າທີ່ຢ່າງລະອຽດຈະແຈ້ງ, ບັນດາຜູ້ທີ່ຖືກແຕ່ງຕັ້ງ ກໍ່ໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດເກັບກຳ, ສ່ອງແສງລາຍງານຢ່າງເປັນປົກກະຕິໃຫ້ຄະນະໂຄສະນາອົບຮົມແຂວງ ເພື່ອເກັບກໍາສັງລວມລາຍງານ ຕໍ່ຄະນະປະຈຳພັກແຂວງ ໃນແຕ່ລະເດືອນ. ຈາກນັ້ນ, ບັນດາຄະນະຊີ້ນໍາຕິດຕາມ,ເກັບກຳ ສະພາແນວຄິດ-ຫາງສຽງສັງຄົມ ຂັ້ນແຂວງ ແລະພະແນກການ ກໍ່ໄດ້ລາຍງານສະພາບການ ທີ່ພົ້ນເດັ່ນພາຍໃນຂົງເຂດທີ່ຕົນຮັບຜິດຊອບ ຕືມອີກ.
ໃນຕອນທ້າຍຂອງວາລະກອງປະຊຸມ ທ່ານ ລາວປາວຊົ່ງ ນະວົງໄຊ ກຳມະການສູນກາງພັກ, ຮອງເລຂາຄະນະພັກ, ຮອງຫົວຫນ້າຄະນະໂຄສະນາອົບຮົມສູນກາງພັກ, ກໍໄດ້ໃຫ້ກຽດໂອ້ລົມ ແລະ ໃຫ້ທິດຊີ້ນໍາບາງບັນຫາ ເພື່ອສືບຕໍ່ປັບປຸງ ແລະ ຍົກສູງຄຸນນະພາບ ວຽກງານການເມືອງ-ແນວຄິດ ກໍຄືວຽກງານຕິດຕາມ, ເກັບກຳສະພາບແນວຄິດ-ຫາງສຽງສັງຄົມ ໃຫ້ໄປຕາມຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງໃນໄລຍະໃໝ່, ເຮັດໃຫ້ທົ່ວສັງຄົມມີຄວາມຮັບຮູ້, ເຂົ້າໃຈ ແລະ ເຊື່ອໝັ້ນຢ່າງໜັກ ແໜ້ນ.
ມີ 14 ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌
![]() | ມື້ນີ້ | 365 |
![]() | ມື້ວານນີ້ | 262 |
![]() | ອາທິດນີ້ | 603 |
![]() | ເດືອນນີ້ | 5029 |
![]() | ທັງໝົດ | 204766 |