ມາໃນຕອນເຊົ້າຂອງວັນທີ 24 ຕຸລາ 2023 ນີ້, ຄະນະໂຄສະນາອົບຮົມແຂວງ ໄດ້ພິທີໂຄສະນາ-ປາຖະກະຖາ ວັນປະກາດເອກະລາດ 12 ຕຸລາ 1945 ຕິດພັນກັບການໂຄສະ ນາ-ປາຖະກະຖາ ວັນການທູດລາວ ( 12 ຕຸລາ 1945-12 ຕຸລາ 2023 ) ຄົບຮອບ 78 ປີ ຂຶ້ນທີ່ສະໂມສອນໃຫຍ່ຂອງແຂວງ ໂດຍໃຫ້ກຽດເຂົ້່າຮ່ວມ ແລະ ບັນລະຍາຍເອກສານຂອງ ທ່ານ ບົວສີ ຄ່ຽມມະນີຂັນໄຊ ອາດີດຮອງເລຂາພັກແຂວງ,ອາດີດປະທານແນວລາວສ້າງຊາດແຂວງສາລະວັນ ໂດຍການໃຫ້ກຽດເຂົ້າຮ່ວມຮັບຟັງ ມີບັນດາທ່ານ ຫົວໜ້າ ແລະ ຮອງພະແນກການ, ພະນັກງານຫຼັກແຫຼ່ງ, ກໍາລັງປ້ອງການຊາດ, ປ້ອງກັນຄວາມສະຫງົບ, ຫົວໜ້າ ແລະ ຮອງຫ້ອງການ, ຫົວໜ້າ ແລະ ຮອງຂະແໜງການ ພະນັກງານ-ລັດຖະກອນ ອ້ອມຂ້າງແຂວງ ເຂົ້າຮ່ວມທັງຫມົດ 210 ທ່ານ, ຍິງ 90 ທ່ານ.
ໃນພີທີຄັ້ງນີ້, ທ່ານ ບົວສີ ຄ່ຽມມະນີຂັນໄຊ ອາດີດຮອງເລຂາພັກແຂວງ, ອາດີດປະທານແນວລາວສ້າງຊາດແຂວງ ໄດ້ໃຫ້ກຽດເລົ່າຄືນມູນເຊື້ອ ວັນປະກາດເອກະລາດ ຄົບຮອບ 78 ປີ (12 ຕຸລາ 1945-12 ຕຸລາ 2023 ), ທ່ານໃຫ້ຮູ້ວ່າ: ວັນປະກາດເອກະລາດ 12 ຕຸລາ 1945 ເປັນວັນສຳຄັນທາງປະຫວັດສາດ ແລະ ມີຄວາມໝາຍສຳລັບປະເທດຊາດ ແລະ ປະຊາຊົນບັນດາເຜົ່າລາວເຮົາ. ພາຍຫຼັງມີພັກກອມມູນິດອິນດູຈີນຊີ້ນໍາ-ນໍາພາ ແລະ ໄດ້ສ້າງຕັ້ງຄະນະພັກແຄ້ວນລາວຂື້ນໃນວັນ 6 ກັນຍາ 1934 ເພື່ອນໍາພາຂະບວນການຕໍ່ສູ້ຂອງປະຊາຊົນລາວແລ້ວ, ຄະນະພັກແຄ້ວນລາວ ກໍ່ໄດ້ປຸກລະດົມຂົນຂວາຍປະຊາຊົນ ແຕ່ລະເຂດໃນທົ່ວປະເທດ ຈົ່ງສາມັກຄີກັນເປັນຈິດໜື່ງໃຈດຽວ ພ້ອມກັນລຸກຂື້ນຕໍ່ສູ້ກັບການຢຶດຄອງ,ກົດຂີ່ກູດຮີດຂອງຈັກກະພັດຝຣັ່ງ ແລະ ຟາດຊິດຍີ່ປຸ່ນ. ໃນປີ 1945 ຟາດຊິດຍີ່ປຸ່ນ ໄດ້ຍອມຈໍານົນຕໍ່ຝ່າຍພັນທະມິດ ໃນສົງຄາມໂລກຄັ້ງທີສອງ ໂດຍກໍາເອົາກາລະໂອກາດດັ່ງກ່າວ ປະຊາຊົນລາວ ທົ່ວປະເທດ ໄດ້ລຸກຂື້ນຍາດເອົາອໍານາດມາມື ຕັ້ງແຕ່ວັນທີ 18 ສີງຫາ ຫາ ຕົ້ນເດືອນກັນຍາ 1945 ໄດ້ສ້າງຕັ້ງອໍານາດການປົກຄອງຂອງຕົນຂື້ນ ຢູ່ໃນຫຼາຍທ້ອງຖີ່ນໃນທົ່ວປະເທດ, ໄດ້ສ້າງຕັ້ງກໍາລັງປະກອບອາວຸດ ເພື່ອປ້ອງກັນຕົວເມືອງ, ຢູ່ໃນຕົວເມືອງໃຫຍ່ເຊັ່ນ: ວຽງຈັນ,ທ່າແຂກ, ສະຫວັນນະເຂດ, ຊໍາເໜືອ, ຊຽງຂວາງ ແລະ ຫຼວງພະບາງ. ມາຮອດວັນທີ 12 ຕຸລາ 1945 ລັດຖະບານຊົ່ວຄາວ ລາວເອະລາດ ໄດ້ຮັບການສ້າງຕັ້ງຂື້ນ ທັງປະກາດປະເທດລາວ ເປັນປະເທດເອະລາດ. ພາຍຫຼັງ ຍີ່ປຸນ ໄດ້ເສຍໄຊຊະນະໃນສົງຄາມໂລກຄັ້ງທີສອງແລ້ວ ໃນຕົ້ນປີ 1946 ຝຣັ່ງ ໄດ້ກັບຄືນມາຮຸກຮານ ລາວອີກເປັນຄັ້ງທີສອງ, ຍ້ອມມີການນໍາພາອັນສະຫຼາດສ່ອງໃສຂອງພັກປະຊາຊົນ ປະຕິວັດລາວ ໄດ້ນໍາພາຕໍ່ສູ້ຍາດເອົາໄຊຊະນະເປັນກ້າວໆ ຈົນມາຮອດປີ 1975 ຈື່ງສາມາດປົດປ່ອຍປະເທດຊາດ ລົບລ້າງລະບອບສັກດິນາລ່າເມືອງຂື້ນ ແລ້ວປະກາດສ້າງຕັ້ງປະເທດລາວໃໝ່ຄື: ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຂື້ນແບບອັນເປັນຈຸດອາວະສານຂອງລັດທິລ່າເມືອງຂື້ນ ແບບເກົ່າຂອງຝຣັ່ງ, ລັດທິລ່າເມືອງຂື້ນແບບໃໝ່ຂອງຈັກກະພັດອາເມລິກາ ທັງເປັນຈຸດອາວະສານຂອງການປົກຄອງໃນລະບອບສັກດິນາທີ່ປົກຄອງ.
ຈາກນັ້ນ, ທ່ານ ຈັນສະຫມອນ ພົມມະແສງ ຄະນະປະຈໍາພັກແຂວງ, ຫົວຫນ້າຄະນະໂຄສະນາອົບຮົມແຂວງ ໄດ້ໃຫ້ກຽດເລົ່າຄືນມູນເຊື້ອ ວັນການທູດລາວ ຄົບຮອບ 78 ປີ ( 12 ຕຸລາ 1945- 12 ຕຸລາ 2023 )ທ່ານ ໃຫ້ຮູ້ວ່າ: ວັນການທູດລາວແມ່ນວັນຫມາກຜົນຂອງການຕໍ່ສູ້ດ້ວຍກຳລັງປະກອບອາວຸດ ບວກກັບການຕໍ່ສູ້ດ້ານການເມືອງ ແລະ ຄວາມສາມຫກຄີຕໍ່ສູ້ຕ້ານສັດຕູຕົວດຽວກັນ ຂອງ 3 ຊາດອິນດູຈີນ . ໃນແນວທາງການເມືອງຂອງລັດຖະບານລາວຊຸດທໍາອິດ ເຖິິງວ່າບໍ່ທັນໄດ້ກຳນົດແນວທາງການຕ່າງປະເທດຢ່າງຈະແຈ້ງ, ແຕ່ຄະນະລັດຖະບານ ກໍ່ໄດ້ມີການຕົກລົງສ້າງຕັ້ງກອງທະຫານປະສົມລາວ-ຫວຽດນາມ ເພື່ອຊ່ວຍກັນຕີຕ້ານ ກັບສັດຕູພາຍນອກ ໂດຍພາຍໃຕ້ການຊີ້ນໍາ-ນຳພາຂອງລັດຖະມົນຕີກະຊວງການຕ່າງປະເທດລາວ ຜູ້ທໍາອິດຄື ປະທານສຸພານຸວົງ. ເຫດການນັ້ນ, ຖືເປັນເກດການປະຫວັດສາດອັນສໍາຄັນ ຂອງປວງຊົນລາວ ແລະ ທັງຖືເປັນວັນກຳເນີດ ວັນການທູດລາວ 12/10/1945.
ມາຮອດປັນຈຸບັນນີ້, ສປປ ລາວ ໄດ້ສ້າງສາຍພົວພັນການທູດ ທັງຫມົດ 148 ປະເທດ ຈາກ 193 ປະເທດທົ່ວໂລກ, ມີສໍານັກງານຜູ້ຕ່າງຫນ້າ ສປປລາວ ຈໍານວນ 41ແຫ່ງ. ໃນນີ້ ມີສະຖານເອກອັກຄະລັດຖະທູດ 27ແຫ່ງ, ສໍານັກງານຜູ້ຕ່າງຫນ້າຖາວອນ 3ແຫ່ງ, ສະຖານກົງສູນໃຫຍ່ 10ແຫ່ງແລະ ຫ້ອງການກົງສູນ 1ແຫ່ງ, ມີກົງສູນກິດຕິມະສັກຂອງສປປລາວ ຢູ່ຕ່າງປະເທດ 12ແຫ່ງ. ສະຖານທູດຕ່າງປະເທດ ມີສໍານັກງານຢູ່ລາວ 28ແຫ່ງ, ກົງສູນໃຫຍ່ 6 ແຫ່ງ,18 ອົງການຈັດຕັ້ງ ທີ່ຂື້ນກັບລັດຖະບານ ແລະ ມີກົງສູນກິດຕິມະສັກ 18ປະເທດ ປະຈໍາຢູ່ລາວ.
ພິທີດັ່ງກ່າວ, ດຳເນີນໄປເປັນເວລາ 1 ຄາບ ຈິ່ງປິດລົງດ້ວຍຜົນສໍາເລັດ ຢ່າງຈົບງາມ.
ມີ 18 ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌
![]() | ມື້ນີ້ | 367 |
![]() | ມື້ວານນີ້ | 262 |
![]() | ອາທິດນີ້ | 605 |
![]() | ເດືອນນີ້ | 5031 |
![]() | ທັງໝົດ | 204768 |