ມາໃນວັນທີ 22 ມີນາ 2023 ນີ້, ທີ່ຫ້ອງການຄະນະໂຄສະນາອົບຮົມແຂວງສາລະວັນ ໄດ້ຈັດຕັ້ງການເຊື່ອມຊຶມ ເອກະສານວຽກງານການເມືອງ-ແນວຄິດ ທົ່ວປະເທດຄັ້ງທີ V ໃຫ້ແກ່ພະນັກງານຫຼັກແຫຼ່ງ ພາຍໃນຄະນະໂຄສະນາອົບຮົມແຂວງ. ໂດຍການໃຫ້ກຽດເຊື່ອມຊຶມເອກະສານດັ່ງກ່າວ ຂອງທ່ານ ຈັນສະໝອນ ພົມມະແສງ ຄະນະປະຈໍາພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ ໃຫ້ກຽດເຂົ້າຮ່ວມຮັບຟັງມີບັນດາທ່ານ ຫົວໜ້າ ແລະ ຮອງຫ້ອງການ, ຫົວໜ້າຂະແໜງ ແລະ ຮອງຂະແໜງ ພ້ອມດ້ວຍບັນດາພະນັກງານ-ສະມາຊິກພັກ ພາຍໃນຄະນະໂຄສະນາອົບຮົມແຂວງ ເຂົ້າຮ່ວມ.
ໃນພິທີ, ທ່ານ ໄດ້ຍົກໃຫ້ເຫັນເຖິງ ຫນ້າທີ່ຈຸດສຸມ ຂອງການເຄື່ອນໄຫວ ວຽກງານການເມືອງ-ແນວຄິດ ໃນຕໍ່ຫນ້າ ໃນນັ້ນບັນດາສະຫາຍຕ້ອງເອົາໃຈໃສ່:
1. ໃນການເພີ່ມຄວາມສາມາດໃນການຄົ້ນຄວ້າ ທິດສະດີ ແລະ ສະຫຼຸບພຶດຕິກໍາ ເພື່ອເປັນບ່ອນອີງໃນການດໍາເນີນວຽກງານການເມືອງ-ແນວຄິດ, ທັງເປັນການຮັບໃຊ້ ໃຫ້ແກ່ການບູລະນະແນວທາງນະໂຍບາຍ ຂອງພັກ ກໍຄືການຕອບແກ້ບັນຫາຕ່າງໆ ໃນຊີວິດຕົວຈິງ ຂອງສັງຄົມ ເປັນຕົ້ນ ແມ່ນ: ການສ້າງບັນດາປະຖົມປັດໄຈ ໃຫ້ແກ່ການ ກ້າວຂຶ້ນສູ່ຈຸດຫມາຍສັງຄົມນິຍົມ; ການຫມູນໃຊ້ທິດສະດີມາກ-ເລນິນ ແລະ ຜັນຂະຫຍາຍແນວຄິດ ໄກສອນ ພົມວິຫານ ເຂົ້າແຕ່ລະຂົງເຂດວຽກງານ; ສັງລວມສະພາບການເຄື່ອນໄຫວ ຂອງພັກ ເພື່ອເສີມຂະຫຍາຍດ້ານຕັ້ງຫນ້າ ແລະ ຕໍ່ສູ້ ແກ້ໄຂແນວຄິດການເຄື່ອນໄຫວແບບຄອງເດີນ, ທັດສະນະການເມືອງ ທີ່ຜິດເຂວ, ແບບແຜນການ ນໍາພາທີ່ບໍ່ຖືກຕ້ອງ ແລະ ຄ່ານິຍົມທີ່ບໍ່ເຫມາະສົມ ຢູ່ໃນຖັນແຖວສະມາຊິກພັກ-ພະນັກງານ; ການເຝິກຝົນຫຼໍ່ຫຼອມຄຸນທາດການເມືອງ, ຄຸນສົມບັດ ສິນທໍາປະຕິວັດ ແລະ ຄວາມເປັນແບບຢ່າງນໍາ ຂອງສະມາຊິກພັກ-ພະນັກງານ.
2. ປັບປຸງ, ຍົກສູງຄຸນນະພາບການບໍາ ລຸງ, ກໍ່ສ້າງທາງດ້ານທິດສະດີການເມືອງ ໃຫ້ແກ່ ເປົ້າຫມາຍຕ່າງໆ; ສ້າງ ແລະ ປັບປຸງເອກະສານຄູ່ມືວິຊາການເມືອງ ໃຫ້ມີເນື້ອໃນແທດເຫມາະກັບແຕ່ລະເປົ້າຫມາຍ; ສ້າງ ແລະ ປັບປຸງຫຼັກສູດເຝິກອົບຮົມຫົວຂໍ້ສະເພາະ ໃຫ້ເຫມາະສົມກັບແຕ່ລະເປົ້າຫມາຍທີ່ເຂົ້າສຶກສາຮ່ໍາຮຽນ ແລະ ເຝິກອົບ ຮົມ ຢູ່ສະຖາບັນການເມືອງ ແລະ ການປົກຄອງ ແຫ່ງຊາດ, ໂຮງຮຽນການເມືອງ-ການປົກຄອງ ຂັ້ນແຂວງ ເພື່ອຮັບປະກັນໃຫ້ຖັນແຖວສະມາ ຊິກພັກ, ພະນັກງານນໍາພາຫຼັກແຫຼ່ງ ແຕ່ລະຂັ້ນ ລວມທັງພະນັກງານຫຼ ັກແຫຼ່ງ ຢູ່ຂັ້ນບ້ານ ມີຄວາມຮູ້ລັດທິມາກ-ເລນິນ, ແນວຄິດໄກສອນພົມວິຫານ, ພຶດຕິກໍາໃນການເຄື່ອນໄຫວ ນໍາພາ ຂອງພັກເຮົາ ເພື່ອສ້າງໃຫ້ພະນັກງານ, ສະມາ ຊິກພັກ ມີຄວາມຫນັກແຫນ້ນດ້ານການເມືອງ, ມີຄວາມຈົງຮັກພັກດີ ແລະ ເຊື່ອຫມັ້ນຕໍ່ອຸດົມການ ຂອງພັກ.
3. ຍົກສູງຄຸນນະພາບ ໃນການໂຄສະນາ, ສຶກສາອົບຮົມ ໃຫ້ທົ່ວເຖິງທຸກເປົ້າຫມາຍ ແລະ ຕອບຕ້ານກົນອຸບາຍ “ຫັນປ່ຽນໂດຍສັນຕິ” ຂອງພວກ ຄົນບໍ່ດີ. ເພີ່ມທະວີໃນການເຮັດໃຫ້ວຽກງານໂຄສະນາສຶກສາອົບຮົມ ກາຍເປັນກະບອກສຽງ ອັນແຫຼມຄົມ ໃນການເຜີຍແຜ່ແນວທາງນະໂຍບາຍ ຂອງພັກ-ລັດ ໃນແຕ່ລະໄລຍະ ແນໃສ່ເຮັດ ໃຫ້ແນວທານະໂຍບາຍ ຂອງພັກ-ລັດ ໄປເຖິງທຸກເປົ້າຫມາຍໃນສັງຄົມ ໄດ້ຮັບຮູ້ເຂົ້າໃຈ, ກໍາແຫນ້ນ ແລະ ມີສະຕິຕື່ນຕົວປະຕິບັດ; ໂຄສະນາສຶກສາອົບຮົມ ໃຫ້ປະຊາຊົນບັນດາເຜົ່າຮັກບ້ານເກີດເມືອງນອນ, ມີຄວາມສາມັກຄີປອງດອງ, ດຸຫມັ່ນຂະຫຍັນພຽນ ໃນການທໍາການຜະລິດ, ປັບປຸງວິທີການຜະລິດ ໃຫ້ມີປະສິດທິພາບ, ມີ ສະຕິຕື່ນຕົວ ໃນການພັດທະນາຊີວິດການເປັນຢູ່ ໃຫ້ນັບມື້ນັບດີຂຶ້ນ ແລະ ຕັ້ງຫນ້າທໍາມາຫາກິນທີ່ຖືກຕ້ອງຕາມລະບຽບກົດຫມາຍ.
4. ເພີ່ມທະວີການຕິດຕາມ, ເກັບກໍາສະ ພາບແນວຄິດ-ຫາງສຽງສັງຄົມ ແລະ ສ້າງເອກະສານນໍາພາແນວຄິດ ໃຫ້ທັນເວລາ. ປັບປຸງກົນໄກ ແລະ ສືບຕໍ່ຈັດຕັ້ງດໍາເນີນການຕິດຕາມ, ເກັບກໍາສະພາບແນວຄິດ-ຫາງສຽງສັງຄົມ, ຄໍາຄິດ ຄໍາເຫັນ ກໍຄືບັນດາຂໍ້ສະເຫນີ, ການສ່ອງແສງຂອງປະຊາຊົນ, ຊັ້ນຄົນຕ່າງໆ ທີ່ມີຕໍ່ການຈັດຕັ້ງປະຕິບັດແນວທາງນະໂຍບາຍ ຂອງພັກ, ແຜນພັດທະນາເສດຖະກິດ-ສັງຄົມ ແລະ ລະບຽບກົດຫມາຍ ຂອງລັດ ເພື່ອນໍາມາຄົ້ນຄວ້າ, ປັບປຸງບູລະນະແນວທາງນະໂຍບາຍ ຂອງພັກ-ລັດ ໃຫ້ສົມ ບູນຍິ່ງຂຶ້ນ.
5. ຕ້ອງເພີ່ມຄວາມເອົາໃຈໃສ່ ໃນການກໍ່ສ້າງ, ບໍາລຸງພະນັກງານ ທີ່ເຮັດວຽກງານການເມືອງ- ແນວຄິດ ໃຫ້ຮັບປະກັນທາງດ້ານປະລິມານ ແລະ ຄຸນນະພາບ ຕິດພັນກັບການສັບຊ້ອນ, ຈັດວາງພະນັກງານໃຫ້ຖືກຕ້ອງ, ເຫມາະສົມກັບຄວາມຮູ້, ຄວາມສາມາດຕົວຈິງ ແລະ ປະຕິບັດນະໂຍບາຍທີ່ເຫມາະສົມ ຕໍ່ຖັນແຖວພະນັກງານ ທີ່ເຮັດວຽກງານການເມືອງ-ແນວຄິດ.
6. ເພີ່ມທະວີໃນການສຶກສາອົບຮົມການເມືອງ-ແນວຄິດ ໃຫ້ຄົນຮຸ່ນຫນຸ່ມ ກ່ຽວກັມູນເຊື້ອ ຂອງຊາດ, ຂອງພັກ ແລະ ຂອງບັນພະບຸລຸດ ເພື່ອສ້າງ-ເສີມຂະຫຍາຍນໍ້າໃຈຮັກຊາດ-ຮັກລະບອບໃຫມ່, ມີຄວາມເອກອ້າງທະນົງໃຈ ໃນຄວາມເປັນລາວ, ມີອຸດົມການທີ່ຖືກຕ້ອງຕາມແນວທາງ ຂອງພັກ ຕິດພັນກັບການສຶກສາອົບຮົມ ໃຫ້ຄົນຮຸ່ນຫນຸ່ມ ມີຄວາມສາມັກຄີເອື້ອເຟື້ອເພື່ອແຜ່, ມີຄວາມກະຕັນຍູຮູ້ບຸນຄຸນ, ປະຢັດມັດທະຍັດ, ມີຄວາມດຸຫມັ່ນ, ອາດຫານ, ອົດທົນ, ມີຄວາມກະ ຕືລືລົ້ນໃນການສະແຫວງຫາຄວາມຮູ້ ເພື່ອສ້າງ ອາຊີບທີ່ຫມັ້ນຄົງ.
7. ຕ້ອງເພີ່ມທະວີຄວາມເປັນເຈົ້າການໃນການພົວພັນຮ່ວມມື ກັບບັນດາປະເທດເພື່ອນ ມິດຍຸດທະສາດ, ເປັນຕົ້ນແມ່ນ ການຮ່ວມມືກັບ ສສ ຫວຽດນາມ, ສປ ຈີນ, ບັນດາປະເທດສັງຄົນນິຍົມ.
ຄະນະໂຄສະນາອົບຮົມແຂວງສາລະວັນ ເຊື່ອມຊຶມມະຕິກອງປະຊຸມຄະນະບໍລິຫານງານພັກແຂວງ ກາງສະໄໝທີ IX ຂື້ນໃນວັນທີ 27 ມິຖຸນາ 2023 ທີ່ຫ້ອງການຂອງຄະນະໂຄສະນາອົບຮົມແຂວງ ໂດຍການໃຫ້ກຽດເຜີຍແຜ່ເຊື່ອມຊຶມ ຂອງທ່ານ ຈັນສະໝອນ ພົມມະແສງ ຄະນະປະຈໍາພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ ມີບັນດາພະນັກງານ-ຫຼັກແຫຼ່ງ, ພະນັກງານ-ສະມາຊິກພັກ, ພະນັກງານ-ລັດຖະກອນ ເຂົ້າຮ່ວມ.
ໃນນັ້ນ, ທ່ານ ໄດ້ຍົກໃຫ້ເຫັນມະຕິດັ່ງກ່າວວ່າ: ກອງປະຊຸມຄົບຄະນະ ກາງສະໄໝຄະນະບໍລິຫານງານພັກແຂວງ ສະໄໝທີ IX ໄດ້ໄຂຂື້ນໃນວັນທີ 16-19 ພຶດສະພາ ທີ່ສະໂມສອນໃຫຍ່ຂອງແຂວງ. ໂດຍພາຍໃຕ້ການເປັນປະທານ ຂອງສະຫາຍ ປອ ດາວວົງ ພອນແກ້ວ ກໍາມະການສູນກາງພັກ, ເລຂາພັກ-ເຈົ້າແຂວງສາລະວັນ. ກອງປະຊຸມໄດ້ໃຫ້ກຽດຕ້ອນຮັບ ສະຫາຍ ຈັນສະໝອນ ຈັນຍະລາດ ກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ, ຜູ້ຊີ້ນໍາວຽກງານຮອບດ້ານແຂວງສາລະວັນ ເຂົ້າຮ່ວມໃນນາມຄະນະພັກຂັ້ນເທິງ ມີບັນດາສະຫາຍ ຄະນະປະຈໍາພັກແຂວງ, ກໍາມະການພັກແຂວງ, ຄະນະປະຈໍາ-ສະມາຊິກສະພາປະຊາຊົນແຂວງ, ຄະນະບໍລິຫານງານພັກເມືອງ, ຄະນະພັກສອງກໍາລັງ, ຄະນະພັກຮາກຖານ-ຄະນະໜ່ວຍພັກ-ຄະນະພະແນກການ-ອົງການທຽບເທົ່າອ້ອມຂ້າງແຂວງ ແລະ ຄະນະຮັບຜິດຊອບຂັ້ນສູນກາງເຂົ້າຮ່ວມ.
ກອງປະຊຸມໄດ້ດໍາເນີນ ໂດຍແບ່ງອອກເປັນ 3 ວາລະຄື: ວາລະທີ 1 ກອງປະຊຸມໄດ້ທາບທາມຫາງສຽງ ແລະ ຄວາມໄວ້ວາງໃຈຕໍ່ການນໍາພາລວມ ແລະ ບຸກຄົນຄະນະບໍລິຫານງານພັກແຂວງ. ວາລະທີ 2 ກອງປະຊຸມ ໄດ້ມີຄວາມເປັນເອກະພາບສູງຕໍ່ການຕີລາຄາຜົນສໍາເລັດ ໃນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ IX ຂອງອົງຄະນະພັກແຂວງ ໃນໄລຍະ 2 ປີເຄີ່ງຜ່ານມາ ພ້ອມດຽວກັນນັ້ນ ກອງປະຊຸມຍັງໄດ້ພ້ອມກັນກໍານົດທິດທາງຈຸດສຸມ, ຄາດໝາຍສູ້ຊົນຕາມແຜນວຽກຈຸດສຸມ ແຕ່ນີ້ຮອດປີ 2025 ແລະ ວາລະທີ 3 ກອງປະຊຸມພາຍໃນ ໄດ້ດໍາເນີນຊີວິດການເມືອງຄະນະບໍລິຫານງານພັກແຂວງ ພ້ອມດຽວກັນນັ້ນ ຍັງໄດ້ຮັບຮອງເອົາບົດສໍາຫຼວດການນໍາພາລວມຂອງຄະນະບໍລິຫານງານພັກແຂວງ ກາງສະໄໝທີ IX.
ມາໃນວັນທີ 27 ເມສາ 2023 ຄະນະໂຄສະນາອົບຮົມແຂວງສາລະວັນຮ່ວມກັບຄະນະໂຄສະນາອົບຮົມເມືອງ ແລະ ຫ້ອງການກະສິກໍາແລະ ປ່າໄມ້ເມືອງວາປີ ເຄື່ອນໄຫວສໍາພາດຄອບຄົວຕົວແບບ ການປູກເຂົ້າ ເປັນສິນຄ້າ ຢູ່ບ້ານສະພາດ, ເມືອງວາປີ ແຂວງສາລະວັນ.
ເຊິ່ງການລົງໃນຄັ້ງນີ້ ໄດ້ສໍາພາດຄອບຄົວທ່ານ ນາງ ກົງໃຈ ສິດທິຈັກ ອາຍຸ 52 ປີ ປະຊາຊົນ ບ້ານສະພາດ ເມືອງວາປີ ແຂວງສາລະວັນ ເປັນຄອບຄົວຕົວແບບໃນການປູກເຂົ້າເປັນສິຄ້າ ເຊິ່ງລາວໃຫ້ຮູ້ວ່າວ່າ: ຄອບຄົວຂ້າພະເຈົ້າ ມີສະມາຊິກທັງໝົດ 8 ຄົນ, ໃນນັ້ນມີແຮງງານຕົ້ນຕໍ 6 ຄົນ. ອາຊີບຕົ້ນຕໍ ແມ່ນເຮັດນາ ແລະ ປູກຟັງ-ລ້ຽງສັດ. ການປູກເຂົ້າໃນເມື່ອກ່ອນແມ່ນເຮັດຕາມທໍາມະຊາດແບບປະຖົມປະຖານ ຊີວິດການເປັນຢູ່ໃນໄລຍະນັ້ນ ແມ່ນມີຄວາມລໍາບາກຫຼາຍ.
ຍ້ອນມີພັກນໍາພາ ເຊິ່ງພັກ-ລັດເຮົາ ຍາມໃດກໍ່ເປັນຫ່ວງ, ເປັນໄຍ ເຖິງຊີວິດການເປັນຢູ່ຂອງປະຊາຊົນ ເວົ້າລວມເວົ້າສະເພາະ ເພີ່ນໄດ້ຊຸກຍູ້ສົ່ງເສີມການປູກຟັງ-ລ້ຽງສັດໃຫ້ຫຼາຍ ກາຍເປັນສິນຄ້າ ແລະ ນໍາເອົາໂຄງການການປູກເຂົ້າສານພັນໃຫມ່ ເຂົ້າມາໃນບ້ານສະພາດຂອງພວກເຮົາ. ເຊິ່ງຄອບຄົວຂ້າພະເຈົ້າ ໄດ້ເຂົ້າຮ່ວມ ແລະ ໄດ້ລິເລີ່ມປູກເຂົ້າພັນໃໝ່ ນັບແຕ່ປີ 2019 ເປັນຕົ້ນມາ ເຂົ້າທີ່ນໍາມາປູກແມ່ນເຂົ້າສະພາດໜື່ງ ເຊິ່ງໄດ້ຮັບຜົນຜະລິດໄດ້ຫຼາຍຂື້ນກວ່າເກົ່າ ສະມັດຕະພາບ 1 ເຮັກຕາ ໄດ້ 4 ໂຕນກວ່າ ເຮັດໃຫ້ຄອບຄົວຂ້າພະເຈົ້າມີລາຍໄດ້ເພີ່ມຂຶ້ນ ໄດ້ 24 ລ້ານກີບຕໍ່ປີ. ເຂົ້າສະພາດໜື່ງ ເປັນແນວພັນເຂົ້າ ທີ່ໄດ້ຮັບລາງວັນຊະນະເລີດ ຈາກການປະກວດເຂົ້າງາມ, ອ່ອນ, ນຸ້ມ ລະດັບປະເທດ ຈາກສະຖາບັນຄົ້ວຄວ້າກະສິກໍາ, ປ່າໄມ້ ແລະ ພັດທະນາຊົນນະບົດ ຢັ້ງຢືນ ແລະ ຮັບຮອງ. ນອກຈາກ ປູກເຂົ້າແລ້ວ ຄອບຄົວຂ້າພະເຈົ້າຍັງໄດ້ປູກພຶດສໍາຮອງ ເປັນຕົ້ນແມ່ນໝາກຖົ່ວ, ຜັກສະຫຼັດ, ມັນຕົ້ນ ແລະ ລ້ຽງໝູ-ຂາຍໝູ ເຊິ່ງສາມາດສ້າງລາຍໄດ້ເຖິງ 72 ລ້ານກີບຕໍ່ປີ. ມາຮອດປະຈຸບັນ ເຮັດໃຫ້ຊີວິດການເປັນຢູ່ໃນຄອບຄົວດີຂື້ນເທື່ອລະກ້າວ ລວມລາຍໄດ້ຈາກການປູກເຂົ້າ, ລ້ຽງສັດ, ຈາກການປູກພຶດແບບປະສົມປະສານ ໄດ້ທັງໝົດ 96 ລ້ານກີບຕໍ່ປີ.
ມາໃນວັນທີ 4 ພຶດສະພາ 2023 ຄະນະໂຄສະນາອົບຮົມແຂວງສາລະວັນ ຮ່ວມກັບຄະນະໂຄສະນາອົບຮົມເມືອງເລົ່າງາມ ໄດ້ເຄື່ອນໄຫວສໍາພາດຄອບຄົວຕົວແບບ ການປູກຫອມປົນ ເປັນສິນຄ້າ ຢູ່ບ້ານວັງເປືອຍ, ເມືອງເລົ່າງາມ ແຂວງສາລະວັນ. ເຊິ່ງການລົງໃນຄັ້ງນີ້ ໄດ້ສໍາພາດຄອບຄົວທ່ານ ນາງ ຫນູໄກ ໄຊຍະວົງອາຍຸ 58 ປີ, ປະຊາຊົນບ້ານວັງເປືອຍ ເມືອງເລົ່າງາມ ແຂວງສາລະວັນ ມີສາມາຊິກທັງໝົດ 8 ຄົນ, ຍິງ 4 ຄົນ. ເປັນຄອບຄົວຕົວແບບ ການປູກຜັກຫອມປົນກ້ານອິດ ເປັນສິນຄ້າ. ເຊິ່ງລາວໃຫ້ສໍາພາດວ່າ: ໃນເມື່ອກ່ອນຄອບຄົວໄດ້ຢຶດຖືອາຊີບປູກພືດແບບທຳມະຊາດ ຕາມພໍ່ແມ່ເຄີຍເຮັດຕັ້ງແຕ່ກີ້ແຕ່ກ່ອນແບບດັ່ງເດີມ ພໍແຕ່ກຸ້ມກິນ, ຖານະເສດຖະກິດຄອບຄົວໄລຍະນັ້ນ ພົບຄວາມຫຍຸ້ງຍາກການໃຊ້ຈ່າຍບໍ່ພຽງພໍກັບຄວາມຕ້ອງການ, ຊີວິດການເປັນຢູ່ຂາດໆເຂີນໆ.
ຈົນມາຮອດປີ 2019 ໄດ້ຫັນມາຫອມປົນກ້ານອິດ ເປັນສິນຄ້າ, ເບື້ອງຕົ້ນການປູກກໍ່ຍັງບໍ່ທັນໄດ້ຫລາຍ ໃຊ້ເນື້ອທີ່ປະມານ 1 ເຮັກຕາ ແລະ ເຈາະນໍ້າບາດານ 6 ບໍ່ ລົງທຶນເບື້ອງຕົ້ນ ປະມານ 50 ປາຍລ້ານ,
ຕົກມາໃນປີ 2022 ຂ້າພະເຈົ້າ ຈຶ່ງຂະຫຍາຍເນື້ອທີ່ໃນການປູກ ລວມເປັນ 2,9 ເຮັກຕາ , ເຈາະນໍ້າບາດານເພີ່ມຕື່ມອີກ 6 ບໍ່ ລວມເປັນ12 ບໍ່, ມາຮອດປະຈຸບັນ ໄດ້ນໍາໃຊ້ເຕັກນິກວິທະຍາສາດເຂົ້າສູ່ການຜະລິດຈຳນວນໜຶ່ງ ເປັນຕົ້ນ: ການໄຖຄາດ, ແລ່ນທໍ່ລະບົບນໍ້າຢອດ, ການບົວລະບັດຮັກສາເຊັ່ນ: ເສ້ຍຫຍ້າພວນດິນ ແລະ ກຳຈັດສັດຕູພືດ. ສ່ວນຜົນຜະລິດໄດ້ປະມານ ມື້ລະ 100 ກວ່າໂລ. ສະເລ່ຍເດືອນ ໜຶ່ງປະມານ 20-30 ລ້ານ/ເດືອນ.
ມາຮອດປະຈຸບັນ ເຮັດໃຫ້ຄອບຄົວຂອງພະເຈົ້າດີຂື້ນ ເປັນກ້າວໆ.
ມາໃນວັນທີ 28 ມີນາ 2023ນີ້, ຄະນະໂຄນາອົບຮົມແຂວງສາລະວັນ ນໍາໂດຍທ່ານ ຄໍາພູນ ຈັນທະລາດ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ, ຜູ້ຊີ້ນໍາວຽງານຂໍ້ມູນຂ່າວສານ ມີ ຫົວໜ້າ ແລະ ຮອງຂະແໜງຂໍ້ມູນຂ່າວສານ ເຂົ້າຮ່ວມກອງປະຊຸມສ່ອງແສງລາຍງານ ການເຄື່ອນໄຫວວຽກງານເວັບໄຊສ ປະຈໍາໄຕມາດ I ຜ່ານກອງປະຊຸມທາງໄກ ຮ່ວມກັບຄະນະໂຄສະນາອົບຮົມສູນກາງພັກ.
ໃນກອງປະຊຸມ ໃຫ້ກຽດເປັນປະທານ ແລະ ກ່າວເປີດຂອງທ່ານ ນາງ ວິໄລວອນ ພັນທະວົງ ຄະນະປະຈໍາ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ.
ຈາກນັ້ນ, ຄະນະໂຄສະນາອົບຮົມທົ່ວປະເທດ ໄດ້ລາຍການຈັດຕັ້ງປະຕິບັດວຽກງານໃນໄລຍະຜ່ານມາ. ສໍາລັບແຂວງສາລະວັນ ທ່ານ ບົວໄທ ຄຸນທະບົວໄຂ ໄດ້ລາຍງານການເຄື່ອນໄຫວວຽກງານເວັບໄຊສ ປະຈໍາໄຕມາດ I. ໃນຕອນທ້າຍ, ຍັງໄດ້ຮັບຟັງການມີຄໍາເຫັນໂອ້ລົມຕໍ່ກອງປະຊຸມ ຈາກທ່ານທ່ານ ນາງ ວິໄລວອນ ພັນທະວົງ ຄະນະປະຈໍາ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ຕື່ມອີກ.
ມີ 16 ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌
![]() | ມື້ນີ້ | 392 |
![]() | ມື້ວານນີ້ | 262 |
![]() | ອາທິດນີ້ | 630 |
![]() | ເດືອນນີ້ | 5056 |
![]() | ທັງໝົດ | 204793 |