ຄະນະໂຄສະນາອົບຮົມແຂວງສາລະວັນ ໄດ້ເປີດຊຸດອົບຮົມໃຫ້ມະຫາຊົນຜູ້ກ້າວໜ້າ ທີ່ຈະຂະຫຍາຍເຂົ້າເປັນສະມາຊິກພັກປະຊາຊົນ ປະຕິວັດລາວ ຊຸດທີ II ປະຈຳປີ 2023. ຂຶ້ນ ໃນຕອນເຊົ້າຂອງວັນທີ 27 ເມສາ 2023 , ໃຫ້ກຽດເປັນປະທານ ແລະ ບັນຍາຍເອກະສານ ໃນຄັ້ງນີ້ໂດຍສະຫາຍ ເປັງ ລາດຄຳພູມີ, ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ,
ມີມະຫາຊົນກ້າວໜ້າ ມາຈາກຄະນະພັກຮາກຖານສະພາປະຊາຊົນແຂວງ, ຄະນະພັກຮາກຖານຫ້ອງວ່າການການແຂວງ, ຄະນະພັກຮາກຖານພະແນກການເງິນແຂວງ ແລະ ໜ່ວຍພັກພະແນກພາຍໃນແຂວງ ເຂົ້າຮ່ວມທັງໝົດ 11 ສະຫາຍ, ຍິງ 03 ສະຫາຍ. ຈຸດປະສົງໃນການເປີດຊຸດອົບຮົມໃນຄັ້ງນີ້ ແມ່ນເພື່ອເຮັດໃຫ້ມະຫາຊົນຜູ້ກ້າວໜ້າ ທີ່ຈະຂະຫຍາຍເຂົ້າພັກເປັນສະມາຊິກພັກ ຮັບຮູ້-ເຂົ້າໃຈ ເບື້ອງຕົ້ນກ່ຽວກັບປະຫວັດ, ຄວາມເປັນມາ, ອຸດົມການ ແລະ ທາດແທ້ຂອງພັກປະຊາຊົນປະຕິວັດລາວ ເຂົ້າໃຈກ່ຽວກັບມາດຕະຖານ, ເງື່ອນໄຂຜູ້ທີ່ຈະເຂົ້າເປັນສະມາຊິກພັກ ແລະ ຜົນປະໂຫຍດທີ່ສະມາຊິກພັກໄດ້ຮັບ. ບົນພຶ້ນຖານຄວາມຮັບຮູ້-ເຂົ້າໃຈດັ່ງກ່າວ ເຮັດໃຫ້ມະຫາຊົນຜູ້ກ້າວໜ້າ ຕັ້ງໜ້າຝຶກຝົນຫຼໍ່ຫຼອມຕົນເອງ ໃຫ້ມີມາດຖານ, ເງື່ອນໄຂຄົບຖ້ວນ ແລະ ມີຄວາມຕື່ນຕົວສະໝັກໃຈ ເຂົ້າເປັນສະມາຊິກພັກປະຊາຊົນ ປະຕິວັດລາວ ເພື່ອເພີ່ມກຳລັງແຮງໃຫ້ແກ່ພັກນັບມື້ນັບຫຼາຍຂຶ້ນ. ຊຸດອົບຮົມດັ່ງກ່າວ ໄດ້ຄົ້ນຄວ້າ-ເຊື່ອມຊຶມ ເອກະສານ ຈໍານວນ 13 ຄໍາຖາມ-ຄໍາຕອບ. ໃນຕອນທ້າຍຂອງຊຸດອົບຮົມ ຍັງໄດ້ຮັບຟັງການໂອ້ລົມຂອງ ສະຫາຍ ເປັງ ລາດຄຳພູມີ, ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ ເຊິ່ງທ່ານໄດ້ເນັ້ນໜັກໃຫ້ ມະຫາຊົນຜູ້ກ້າວໜ້າທຸກສະຫາຍ ຈົ່ງຕັ້ງໜ້າຝຶກຝົນຫຼໍ່ຫຼອມຕົນເອງ ໃຫ້ກາຍເປັນຜູ້ທີ່ດີເດັ່ນໃນທຸກຂະບວນການຂອງວຽກງານ, ມີມາດຖານ ແລະ ເງື່ອນໄຂຄົບຖ້ວນ ເພື່ອເຂົ້າເປັນສະມາຊິກພັກປະຊາຊົນປະຕິວັດລາວ.
ໃນວັນທີ 4 ເມສາ 2023 ນີ້, ຄະນະໂຄສະນາອົບຮົມແຂວງສາລະວັນ ຮ່ວມກັບກອງບັນຊາການ ປກສ ແຂວງ ໄດ້ຈັດພິທີໂຄສະນາປະຖະກະຖາວັນສ້າງຕັ້ງກໍາລັງປ້ອງກັນຄວາມສະຫງົບ ປະຊາຊົນລາວ ຄົບຮອບ 62 ປີ (5 ເມສາ 1961-5 ເມສາ 2023); ໂດຍໃຫ້ກຽດຂື້ນໂຄສະນາປະຖະກະຖາ ຂອງທ່ານ ຈັນສະໝອນ ພົມມະແສງ ຄະນະປະຈໍາພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ ມີບັນດາທ່ານ ຄະນະນໍາຂັ້ນແຂວງ, ຫົວໜ້າ ແລະ ຮອງພະແນກການອ້ອມຂ້າງແຂວງ; ນາຍ ແລະ ພົນທະຫານ, ນາຍ ແລະ ພົນຕໍາຫຼວດ; ຫົວໜ້າ ແລະ ຫ້ອງການ, ຫົວໜ້າ ແລະ ຮອງຂະແໜງການ, ພະນັກງານ-ຫຼັກແຫຼ່ງ, ພະນັກງານ-ລັດຖະກອນ ອ້ອມຂ້າງແຂວງ ເຂົ້າຮ່ວມ.
ໃນພິທີ ທ່ານ ຈັນສະໝອນ ພົມມະແສງ ຄະນະປະຈໍາພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ ໄດ້ຍົກໃຫ້ເຫັນເຖິງປະຫວັດຄວາມເປັນມາຂອງກໍາລັງປ້ອງກັນຄວາມສະຫງົບໃນແຕ່ລະໄລຍະ ທີ່ໄດ້ກໍາເນີດ ແລະ ເຕີບໃຫຍ່ຂະຫຍາຍຕົວໃນຂະບວນວິວັດແຫ່ງການຕໍ່ສູ້ປົດປ່ອຍຊາດ; ພາຍຫຼັງທີ່ປະເທດຊາດໄດ້ຮັບການປົດປ່ອຍຢ່າງສົມບູນໃນປີ 1975, ກໍາລັງປ້ອງກັນຄວາມສະຫງົບ ໄດ້ກາຍເປັນກໍາລັງຫຼັກແຫຼ່ງໃນການເຮັດຫນ້າທີ່ປ້ອງກັນຄວາມສະຫງົບໂດຍກົງ ຕິດພັນກັບການປະຕິບັດ 2 ຫນ້າທີ່ຍຸດທະສາດຄື: ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ; ກໍາລັງປ້ອງກັນຄວາມສະຫງົບ ໄດ້ຮັບການສ້າງຕັ້ງຂຶ້ນຢ່າງເປັນທາງການ ໃນວັນທີ 5 ເມສາ 1961 ແມ່ນພາກສ່ວນຫນຶ່ງຂອງກໍາລັງປະກອບອາວຸດປະຕິວັດ ມາຈາກປະຊາຊົນ, ໂດຍປະຊາຊົນ, ຮັບໃຊ້ປະຊາຊົນ ແລະ ເພື່ອຜົນປະໂຫຍດຂອງປະຊາຊົນບັນດາເຜົ່າ; ເຊິ່ງຢູ່ພາຍໃຕ້ການຊີ້ນໍາ-ນໍາພາເດັດຂາດ, ໂດຍກົງ, ຮອບດ້ານຂອງພັກປະຊາຊົນ ປະຕິວັດລາວ ແລະ ຢູ່ພາຍໃຕ້ການຄຸ້ມຄອງຂອງລັດ, ມີບົດບາດປົກປັກຮັກສາສະຖຽນລະພາບທາງດ້ານການເມືອງ; ຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ; ກໍາລັງປ້ອງກັນຄວມສະຫງົບ ເປັນກໍາລັງທີ່ປະເຊີນຫນ້າ ໂດຍກົງກັບອິດທິກໍາລັງປໍລະປັກ ແລະ ກຸ່ມຄົນບໍ່ດີທີ່ຫວັງກໍ່ຄວາມບໍ່ສະຫງົບ, ເຮັດຫນ້າທີ່ໃນການຕໍ່ຕ້ານ ແລະ ສະກັດກັ້ນອາດສະຍາກໍາ, ບັນດາປະກົດການຫຍໍ້ທໍ້ຕ່າງໆທີ່ເກີດຂຶ້ນໃນສັງຄົມ, ປ້ອງກັນຜູ້ນໍາ; ປ້ອງກັນວັນສໍາຄັນຕ່າງໆຂອງພັກຂອງຊາດ ຕະຫຼອດຮອດງານບຸນປະເພນີອັນດີງາມ ແລະ ເທດສະການຕ່າງໆ ເປັນເຄື່ອງມືທີ່ສໍາຄັນໃນການບັງຄັບໃຊ້ກົດຫມາຍ, ຜູ້ກະທໍາຜິດຕໍ່ລະບຽບກົດຫມາຍ ຕ້ອງໄດ້ຖືກດໍາເນີນຄະດີ ໂດຍແມ່ນອົງການສືບສວນ-ສອບສວນ ຂອງເຈົ້າຫນ້າທີ່ຕໍາຫຼວດເປັນຜູ້ດໍາເນີນການສືບສວນ-ສອບສວນ ເພື່ອປະກອບສໍານວນຄະດີ ສົ່ງໃຫ້ໄອຍະການສັ່ງຟ້ອງຂຶ້ນສານຕັດສິນລົງໂທດ ຕາມກົດຫມາຍ.
ສະນັ້ນແລ້ວ ການສ້າງຕັ້ງກໍາລັງປ້ອງກັນຄວາມສະຫງົບ ແມ່ນມີຄວາມຫມາຍຄວາມສໍາຄັນທີ່ສຸດມັນ ແມ່ນເຫດການປະຫວັດສາດຫນຶ່ງທີ່ສໍາຄັນຂອງຊາດ, ແມ່ນບາດກ້າວຂະຫຍາຍຕົວຂອງການປະຕິວັດ; ແມ່ນກໍາລັງປະກອບອາວຸດທີ່ແຫຼມຄົມຂອງພັກ, ປົກປັກຮັກສາພັກ-ລັດ ປົກປ້ອງແນວທາງ ແລະ ປົກປ້ອງອຸດົມການສັງຄົມນິຍົມ; ແມ່ນກໍາລັງທີ່ມີການຈັດຕັ້ງນໍາພາ-ບັນຊາ, ສຶກສາອົບຮົມໂດຍກົງ, ເດັດຂາດ ແລະ ຮອບດ້ານຈາກພັກປະຊາຊົນ ປະຕິວັດລາວ, ມີຄວາມບໍລິສຸດຈົງຮັກພັກດີຕໍ່ປະເທດຊາດ, ຕໍ່ພັກຕໍ່ ປະຊາຊົນ ແລະ ເພື່ອຮັບໃຊ້ສິດຜົນປະໂຫຍດຂອງປະຊາຊົນຢ່າງແທ້ຈິງ.
ຈາກນັ້ນທ່ານ ກໍ່ຍັງໄດ້ເນັ້ນຫນັກໃຫ້ແກ່ ກໍາລັງປ້ອງກັນຄວາມສະຫງົບ ຕ້ອງເອົາໃຈໃສ່ ເສີມຂະຫຍາຍ 3 ທາດແທ້ 7ມູນເຊື້ອຂອງກໍາລັງປ້ອງກັນຄວາມສະຫງົບຕື່ມອີກ.
ຄືດັ່ງທີ່ພວກເຮົາຮູ້ດີນໍາກັນແລ້ວວ່າ ວັນທີ 20 ມັງກອນ ເປັນວັນໜຶ່ງທີ່ມີຄວາມໝາຍສຳຄັນທາງປະຫວັດສາດ ຂອງຊາດລາວເຮົາເຊິ່ງແມ່ນວັນກຳເນີດກອງທັບປະຊາຊົນລາວແລະ ໃນແຕ່ລະປີ ທົ່ວພັກ, ທົ່ວລັດ ແລະ ທົ່ວປວງຊົນລາວທັງຊາດ ໄດ້ພ້ອມກັນສະເຫຼີມສະຫຼອງ ວັນສຳຄັນດັ່ງກ່າວຢ່າງຄຶກຄື້ນ ເພື່ອເປັນການລະນຶກເຖິງຜົນງານ ແລະ ຄຸນງາມຄວາມດີ ຂອງກອງທັບປະຊາຊົນລາວ.
ເນື່ອງໃນໂອກາດ ວັນສ້າງຕັ້ງກອງທັບປະຊາຊົນລາວ ທີ 20 ມັງກອນ ຄົບຮອບ 74 ປີ ( 20 ມັງກອນ 1949-20 ມັງກອນ 2023 ) ເຊິ່ງເປັນວັນທີ່ມີຄວາມໝາຍສຳຄັນນີ້, ມາໃນວັນທີ 17 ມັງກອນ ປີ 2023 ນີ້, ທ່ານ ຈັນສະໝອນ ພົມມະແສງ ຄະນະປະຈໍາພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງສາລະວັນ, ໃນນາມຕາງໜ້າໃຫ້ແກ່ຄະນະພັກ, ຄະນະນຳແຂວງສາລະວັນ ເຂົ້າອວຍພອນຄະນະພັກ, ຄະນະນໍາຂອງຮ້ອຍ 24 ແລະ ກອງພັນ 459 ປະຈໍາແຂວງສາລະວັນ ພ້ອມດ້ວຍພະນັກງານ-ນັກຮົບ ໃນພິທີ ມີບັນດາ ນາຍ ແລະ ພົນທະຫານ ແລະ ບັນດາພາສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
#ພາບແລະເນື້ອໃນຂ່າວຈາກ: ຖິ່ນສຽງແຄນແດນດອກຮັງ.
ອີງຕາມການມອບໝາຍຂອງຄະນະນໍາຂັ້ນແຂວງ ມາໃນຕອນເຊົ້າຂອງວັນທີ 18 ມັງກອນ 2023 ນີ້, ທ່ານ ຈັນສະໝອນ ພົມມະແສງ ຄະນະປະຈໍາພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ ໄດ້ເຂົ້າຮ່ວມເປັນປະທານ ກອງປະຊຸມຄົບຄະນະບໍລິຫານງານ ສະຫະພັນກໍາມະບານແຂວງສາລະວັນ ຄັ້ງທີ 4 ສະໄໝທີ VII ຢູ່ທີ່ສະໂມສອນວິທະຍາໄລຄູແຂວງສາລະວັນ ໂດຍການເຂົ້າຮ່ວມຂອງທ່ານ ຄະນະບໍລິຫານງານສະຫະພັນກໍາມະບານແຂວງ, ປະທານ ແລະ ຮອງປະທານ ກໍາມະບານຮາກຖານ ພະແນກການອ້ອມຂ້າງແຂວງ, ປະທານສະຫະພັນກຳມະບານ 8 ເມືອງເຂົ້າຮ່ວມ. ໃນກອງປະຊຸມໄດ້ຮັບຟັງບົດລາຍງານຈັດຕັ້ງປະຕິບັດວຽກງານຂອງຄະນະບໍລິຫານງານສະຫະພັນກຳບານແຂວງ ຄັ້ງທີ 4 ສະໄໝທີ VII ຈາກທ່ານ ບຸນທະວີ ພິມມະສານ ປະທານສະຫະພັນກໍາມະບານແຂວງສາລະວັນ.
ໃນຕອນທ້າຍ ທ່ານ ຈັນສະໝອນ ພົມມະແສງ ຄະນະປະຈໍາພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຄະນະບໍລິຫານງານ ສະຫະພັນກຳມະບານແຂວງສາລະວັນ ທີ່ຍາດມາໄດ້ ໃນໄລຍະຜ່ານມາ ພ້ອມນີ້ ທ່ານ ຍັງໄດ້ ຄໍາເຫັນໂອ້ລົມ ແລະ ໃຫ້ທິດຊີ້ນໍາຕໍ່ກອງປະຊຸມ ແລະ ໄດ້ເນັ້ນໜັກ ໃຫ້ຄະນະບໍລິຫານງານ ສະຫະພັນກຳມະບານແຂວງ ຈົ່ງພ້ອມກັນສືບຕໍ່ ສຶກສາອົບຮົມການເມືອງ- ເເນວຄິດ ປັບປຸງແບບແຜນການຄຸ້ມຄອງນຳພາ ບັນຊາສະມາຊິກ ໃຫ້ເປັນເຈົ້າການປະຕິບັດກົດລະບຽບຂອງສະຫະພັນກຳມະບານວາງອອກຢ່າງເຂັ້ມງວດ, ຍົກສະຕິເປັນເຈົ້າການປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທຳຂອງຊົນຊັ້ນກຳມະກອນ, ຊາວຜູ້ອອກແຮງງານ ປະຕິບັດຕາມແນວທາງລະບຽບກົດໝາຍ, ມະຕິຄຳສັ່ງຂອງຂັ້ນເທິງຢ່າງເຂັ້ມງວດ, ຕັ້ງໜ້າຜັນຂະຫຍາຍເນື້ອໃນຂໍ້ແຂງຂັ້ນ 5 ເປັນເຈົ້າ ໃຫ້ປະກົດຜົນເປັນຈິງ ແລະ ເປັນຂະບວນຟົດຟື້ນໃຫ້ດີກ່ວາເກົ່າ.
#ພາບແລະເນື້ອໃນຂ່າວຈາກ: ຖິ່ນສຽງແຄນແດນດອກຮັງ.
ໃນຕອນບ່າຍຂອງວັນທີ 21 ກໍລະກົດ 2023 ນີ້, ສອງແຂວງ ສາລະວັນ-ອັດຕະປື ໄດ້ພົບປະ ແລກປ່ຽນບົດຮຽນ ວຽກງານໂຄສະນາອົບຮົມ ຂື້ນທີ່ຫ້ອງປະຊຸມ ຂອງສະໂມສອນໃຫຍ່ແຂວງສາລະວັນ.
ໃນພິທີພົບປະແລກປ່ຽນບົດຮຽນຄັ້ງນີ້, ຄະນະໂຄສະນາອົບຮົມແຂວງສາລະວັນ ນຳໂດຍ ສະຫາຍ ຈັນສະໝອນ ພົມມະແສງ, ຄະນະປະຈຳພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ ພ້ອມດ້ວຍຄະນະນໍາ, ພະນັກງານ-ຫຼັກແຫຼ່ງ ພາຍໃນຄະນະໂຄສະນາອົບຮົມແຂວງ.
ສ່ວນຝ່າຍຄະນະຜູ້ແທນ ຄະນະໂຄສະນາອົບຮົມແຂວງອັດຕະປື ນຳໂດຍ ສະຫາຍ ນາງ ບຸນນານ ບຸນນະແສງ ຄະນະປະຈຳພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງອັດຕະປື ພ້ອມດ້ວຍຄະນະ, ພະນັກງານ-ຫຼັກແຫຼ່ງ ເຂົ້າຮ່ວມ.
ໃນພິທີພົບປະຄັ້ງນີ້, ສະຫາຍ ຈັນສະໝອນ ພົມມະແສງ, ຄະນະປະຈຳພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງສາລະວັນ ກໍໄດ້ລາຍການສະພາບລວມຂອງແຂວງ ແລະ ການເຄື່ອນໄຫວວຽກງານໂຄສະນາອົບຮົມ ໃນໄລຍະຜ່ານມາ ເຊິ່ງທ່ານ ໃຫ້ຮູ້ວ່າ: ແຂວງສາລະວັນ ຂອງພວກເຮົາ ແມ່ນຕັ້ງຢູ່ທິດ ເໜືອ 3 ແຂວງພາກໃຕ້ຂອງລາວ, ລະດັບຄວາມສູງທຽບຈາກໜ້ານໍ້າທະເລ 1.300 ແມັດ, ມີເນື້ອທີ່ ທັງໝົດ 10.691 km2, ມີ 578 ບ້ານ, 72.878 ຄອບຄົວ, ມີປະຊາກອນ ທັງໝົດ 426.843 ຄົນ, ຍິງ 213.746 ຄົນ, ປະກອບມີ 08 ຕົວເມືອງຄື: ສາລະວັນ, ຄົງເຊໂດນ, ລະຄອນເພັງ, ວາປີ, ເລົ່າງາມ, ຕຸ້ມລານ, ຕະໂອ້ຍ ແລະ ເມືອງສະໝ້ວຍ, ປະກອບມີ 10 ຊົນເຜົ່າຢູ່ຮ່ວມກັນ. ຄະນະໂຄສະນາອົບຮົມແຂວງສາລະວັນພວກເຮົາ ມີພະນັກງານ-ລັດຖະກອນ ທັງໝົດ 21 ຄົນ, ຍິງ 8 ຄົນ, ສະມາຊິກພັກ 20 ສະຫາຍ, ຍິງ 8 ສະຫາຍ, ໃນນັ້ນ ຫົວໜ້າຄະນະ 1 ທ່ານ, ຮອງຫົວໜ້າຄະນະ 2 ທ່ານ, ມີ 1 ຫ້ອງການ ແລະ 3 ຂະແໜງວິຊາສະເພາະຄື: ຂະແໜງໂຄສະນາປາຖະກະຖາ-ກອງໂຄສະນາເຄື່ອນທີ່, ຂະແໜງອົບຮົມ, ຂະ ແໜງສັງລວມຫາງສຽງສັງຄົມ ແລະ ຂໍ້ມູນຂ່າວສານ. ຈາກນັ້ນ, ທ່ານ ກໍ່ໄດ້ລາຍງານ ວຽກງານວິຊາສະເພາະຂອງຕົນ ເປັນຕົ້ນແມ່ນວຽກງານການເຄື່ອນໄຫວວຽກງານໂຄສະນາອົບຮົມ ໃຫ້ຝ່າຍຜູ້ແທນ ແຂວງອັດຕະປື ຮັບຊາບ ຕື່ມອີກ.
ຫຼັງຈາກນັ້ນ, ທ່ານ ນາງ ບຸນນານ ບຸນນະແສງ ຄະນະປະຈຳພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງອັດຕະປື ກໍ່ໄດ້ລາຍງານ ສະພາບລວມຂອງແຂວງອັດຕະປື ແລະ ສະພາບການເຄື່ອນໄຫວວຽກງານໂຄສະນາອົບຮົມ ໃນໄລຍະຜ່ານມາ.
ຈາກນັ້ນ, ຜູ້ແທນທັງສອງຝ່າຍ ກໍໄດ້ມີຄໍາເຫັນແລກປ່ຽນເຈາະຈີ້ມ ວຽກງານໃນແຕ່ລະດ້ານ ທີ່ເຕັມໄປດ້ວຍບົດຮຽນ, ທີ່ມີປະໂຫຍດ ໃຫ້ແກ່ທັງຜູ້ແທນສອງຝ່າຍ ເພື່ອນໍາໄປຈັດຕັ້ງປະຕິບັດ ໃນຕໍ່ໜ້າ.
ໃນຕອນທ້າຍພິທີ ຜູ້ແທນທັງສອງຝ່າຍ ໄດ້ຮ່ວມກັນເຊັນບົດບັນທຶກໃນການແລກປ່ຽນບົດຮຽນໃນຄັ້ງຕໍ່ໄປ ໃນກາງປີ 2024 ໂດຍແມ່ນຄະນະໂຄສະນາອົບຮົມແຂວງອັດຕະປື ເປັນເຈົ້າພາບ. ເຊິ່ງຈະໄດ້ເຊີນຄະນະໂຄສະນາອົບຮົມແຂວງສາລະວັນ ໄປຮ່ວມພົບປະ ທີ່ແຂວງອັດຕະປື.
ມີ 13 ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌
![]() | ມື້ນີ້ | 374 |
![]() | ມື້ວານນີ້ | 262 |
![]() | ອາທິດນີ້ | 612 |
![]() | ເດືອນນີ້ | 5038 |
![]() | ທັງໝົດ | 204775 |