ມາໃນຕອນເຊົ້າຂອງວັນທີ 9 ພຶດສະພາ 2023 ຄະນະໂຄສະນາອົບຮົມແຂວງສາລະວັນ ຕ້ອນຮັບການລົງມາເຄື່ອນໄຫວ ແລະ ເຮັດວຽກຂອງກົມອົບຮົມ ຄະນະໂຄສະນາອົບຮົມສູນກາງພັກ ເຊິ່ງມາເຄື່ອນໄຫວເຮັດວຽກ ຮ່ວມກັບຄະນະໂຄສະນາອົບຮົມແຂວງ ນໍາໂດຍທ່ານ ຄໍາກອງ ທໍາມະເທວາ ຫົວໜ້າກົມອົບຮົມ ພ້ອມດ້ວຍຄະນະ ຈາກຄະນະໂຄສະນາອົບຮົມສູນກາງພັກ ໃຫ້ກຽດຕ້ອບຮັບຂອງທ່ານ ຈັນສະໝອນ ພົມມະແສງ ຄະນະປະຈໍາພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ ພ້ອມດ້ວຍພະນັກງານຫຼັກແຫຼ່ງ. ການລົງມາຄັ້ງຂອງກົມອົບຮົມຄັ້ງນີ້, ໄດ້ນໍາເອົາທຶນສົມທົບໃນການຝຶກອົບຮົມປະຊາຊົນ ລຽບຕາມຊາຍແດນ ຢູ່ເມືອງສະໝ້ວຍ ເປັນເງິນສົດຈໍານວນ 10.000.000 ລ້ານກີບ.
ມາໃນວັນທີ 21 ມີນາ 2023 ນີ້, ຄະນະໂຄສະນາອົບຮົມແຂວງ ໄດ້ຈັດຕັ້ງພິທີໂຄສະນາປາຖະກະຖາວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ຄົບຮອບ 68 ປີ ( 22 ມີນາ 1955-22 ມີນາ 2023 ແລະ ວັນນັກຮົບເສຍອົງຄະ ແລະ ເສຍສະຫຼະຊີວິດ ເພື່ອປະເທດຊາດ ຄົບຮອບ 77 ປີ ( 21 ມີນາ 1946-21 ມີນາ 2023 ) ຂື້ນທີ່ສະໂມສອນໃຫຍ່ຂອງແຂວງ ໂດຍການໃຫ້ກຽດເຂົ້າຮ່ວມໂຄສະນາປາຖະກະຖາສອງວັນດັ່ງກ່າວຂອງທ່ານ ອາດີດການນໍາຂອງແຂວງ ແລະ ໃຫ້ກຽດເຂົ້າຮ່ວມຮັບຟັງ ຂອງທ່ານ ນາງ ບຸນທະວີ ດວງລາສີ ຮອງເລຂາພັກ, ຜູ້ຊີ້ນໍາວຽກງານການເມືອງ-ແນວຄິດ, ວຽກງານພັກ-ພະນັກງານ, ບັນດາທ່ານຄະນະປະຈໍາພັກແຂວງ, ກຳມະການພັກແຂວງ, ບັນດາທ່ານ ຫົວໜ້າພະແນກການອ້ອມຂ້າງ, ນາຍ ແລະ ພົນທະຫານ, ນາຍ ແລະ ພົນຕໍາຫຼວດ, ຫົວໜ້າ ແລະ ຮອງຫ້ອງການ, ຂະແໜງການ ແລະ ຮອງຂະແໜງ, ພະນັກງານຫຼັກແຫຼ່ງ, ພະນັັກງານ-ລັດຖະກອນເຂົ້າຮ່ວມ.
ໃນພິທີຄັ້ງນີ້, ທ່ານ ບົວສີ ຄ່ຽມມະນີຂັນໄຊ ອາດີດຮອງເລຂາພັກແຂວງ ໃຫ້ກຽດຂື້ນປາຖະກະຖາວັນສ້າງຕັ້ງພັກປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 68 ປີ ( 22 ມີນາ 1955-22 ມີນາ 2023) ທ່ານໄດ້ຍົກໃຫ້ເຫັນກ່ຽວກັບວັນສ້າງຕັ້ງພັກປະຊາທິປະໄຕ ປະຊາຊົນລາວ ວ່າ: ຊາດລາວເປັນຊາດໜຶ່ງ ທີ່ມີປະຫວັດສາດອັນຍາວນານ, ມີມູນເຊື້ອໃນການຕໍ່ສູ້ຕີເອົາຊະນະຈັກກະພັດຕ່າງດ້າວຜູ້ຮຸກຮານ, ມີມູນເຊື້ອໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ.
ຈາກນັ້ນ, ທ່ານ ຄໍາຈັນ ແຈ່ມສະໝອນ ອາດີດຄະນະນໍາຂັ້ນແຂວງ, ອາດີດປະທານກວດກາພັກ-ລັດແຂວງ ໄດ້ປາຖະກະຖາ ວັນນັກຮົບເສຍຫລະອົງຄະ, ເສຍສະຫລະຊີວິດ ເພື່ອປະເທດຊາດ ຄົບຮອບ 77 ປີ (21 ມີນາ 1946 - 21 ມີນາ 2023 ) ທ່ານ ໄດ້ກ່າວວ່າ: ວັນນັກຮົບເສຍອົງຄະ ແລະ ເສຍສະຫລະຊີວິດ ເພື່ອປະເທດຊາດ ແມ່ນວັນໜຶ່ງທີ່ສຳຄັນ ໃນປະຫວັດສາດຂອງຊາດລາວເຮົາ ເປັນວັນທີ່ພວກຈັກກະພັດລ່າເມືອງຂຶ້ນ ໄດ້ສ້າງໂສກນາດຕະກຳ ໃຫ້ແກ່ປະຊາຊົນລາວ ທີ່ເມືອງທ່າແຂກ. ຍ້ອນແນວນັ້ນ, ທ່ານ ສຸພາ ນຸວົງ ຜູ້ຮັກຊາດ ພ້ອມດ້ວຍປະຊາຊົນເມືອງທ່າແຂກ ໄດ້ຕໍ່ສູ້ຢ່າງພິລະອາດຫານ ຈົນເຮັດໃຫ້ທ່ານ ຖືກບາດເຈັບ. ໃນຮົບດັ່ງກ່າວ ຍອ້ເຫຼັກຫຼາຍກວ່າຖ່ານ ຈິ່ງບໍ່ສາມາດຕ້ານທານຕໍ່ກໍາລັງພວກຈັກກະພັດໄດ້.
ໃນພິທີຍັງໄດ້ຮ່ວມກັບອົງການກາແດງແຂວງ ໄດ້ຈັດກິດຈະກຳບໍລິຈາກເລືອດ ເພື່ອຊ່ວຍກອບກູ້ເອົາຊີວິດເພື່ອນມະນຸດດ້ວຍກັນ ທີ່ຂາດເລືອດຕາມໂຮງຫມໍແຫ່ງຕ່າງໆ ທີ່ລໍຖ້າຄວາມຊ່ວຍເຫລືອ.
ໃນພິທີຄັ້ງນີ້, ໄດ້ໃຊ້ເວລາ 1 ຄາບຈິ່ງອັດລົງດ້ວຍຜົນສໍາເລັດ ຢ່າງຈົບງາມ.
ໃນວັນທີ 28 ມິຖຸນາ 2023 ນີ້, ຄະນະຄູ-ອາຈານ ແລະນັກສຶກສາທິດສະດີການເມືອງ ຂັ້ນສູງຮຸ່ນທີ I ຈາກສະຖາບັນການເມືອງ ແລະການປົກຄອງແຫ່ງຊາດ, ເຄື່ອນໄຫວທັດສະນະສຶກສາ ແລະ ແລກປ່ຽນບົດຮຽນ ຢູ່ເມືອງຕະໂອ້ຍ ເຊິ່ງນໍາໂດຍທ່ານ ປອ ສາຍຄຳ ມຸນມະນີວົງ ຄະນະບໍລິຫານງານພັກ, ຫົວໜ້າຄະນະສະຖາປັດສະຍາສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ພ້ອມດ້ວຍຄະນະນໍາ ແລະ ນັກສຶກສາທິດສະດີການເມືອງ ຂັ້ນສູງຮຸ່ນທີ I ຈາກສະຖາບັນການເມືອງ ແລະການປົກຄອງແຫ່ງຊາດ ໃຫ້ກຽດຕ້ອນຮັບທິມງານມີຄະນະນໍາຂັ້ນເມືອງ, ຄະນະນໍາ ໂຮງຮຽນການເມືອງ-ການປົກຄອງແຂວງສາລະວັນ, ຫົວໜ້າ ແລະ ຮອງພະແນກການອ້ອມຂ້າງແຂວງ ຈໍານວນໜື່ງ.
ໃນນັ້ນ ທ່ານ ຈັນສະໝອນ ພົມມະແສງ ຄະນະປະຈໍາພັກແຂວງ ຫົວໜ້າຄະນະໂຄສະນາອົບຮົມແຂວງ ພ້ອມດ້ວຍຄະນະນໍາຂັ້ນເມືອງ ໄດ້ນໍາພາທິມງານ ຄະນະຄູ-ອາຈານ ແລະນັກສຶກສາທິດສະດີການເມືອງ ຂັ້ນສູງຮຸ່ນທີ I ຈາກສະຖາບັນການເມືອງ ແລະການປົກຄອງແຫ່ງຊາດ, ເຄື່ອນໄຫວທັດສະນະສຶກສາສະຖານທີ່ສໍາຄັນຂອງເມືອງຕະໂອ້ຍ.
ຫຼັງຈາກນັ້ນ, ຄະນະຄູ-ອາຈານຈາກສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ຮຸ່ນທີ I ໄດ້ເຂົ້າຮ່ວມພິທີຕ້ອນຮັບ ຢູ່ສະໂມສອນໃຫຍ່ຂອງເມືອງຕະໂອ້ຍ ແລະ ມີຄໍາເຫັນແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ.
ມາໃນຄາບບ່າຍ ຂອງມື້ດຽວກັນນັ້ນ ຄະນະຄູ-ອາຈານຈາກສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ຮຸ່ນທີ I ໄດ້ທັດສະນະສຶກສາ ແລະ ແລກປ່ຽນບົດຮຽນ ຢູ່ບໍລິສັດຈຸງຢາ ອີຊີສີມັງລາວ ຕື່ມອີກ.
ໃນວັນທີ 29 ມິຖຸນາ 2023 ນີ້, ຄະນະຄູ-ອາຈານ ແລະນັກສຶກສາທິດສະດີການເມືອງ ຂັ້ນສູງຮຸ່ນທີ I ຈາກສະຖາບັນການເມືອງ ແລະການປົກຄອງແຫ່ງຊາດ, ເຄື່ອນໄຫວທັດສະນະສຶກສາ ຢູ່ເມືອງຕຸ້ມລານ ເຊິ່ງນໍາໂດຍທ່ານ ປອ ສາຍຄຳ ມຸນມະນີວົງ ຄະນະບໍລິຫານງານພັກ, ຫົວໜ້າຄະນະສະຖາປັດສະຍາສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ພ້ອມດ້ວຍຄະນະນໍາ ແລະ ນັກສຶກສາທິດສະດີການເມືອງ ຂັ້ນສູງຮຸ່ນທີ I ຈາກສະຖາບັນການເມືອງ ແລະການປົກຄອງແຫ່ງຊາດ ໃຫ້ກຽດຕ້ອນຮັບທິມງານມີຄະນະນໍາຂັ້ນເມືອງ, ຄະນະນໍາ ໂຮງຮຽນການເມືອງ-ການປົກຄອງແຂວງສາລະວັນ, ຫົວໜ້າ ແລະ ຮອງພະແນກການອ້ອມຂ້າງແຂວງ ຈໍານວນໜື່ງ.
ໃນນັ້ນ ທ່ານ ຈັນສະໝອນ ພົມມະແສງ ຄະນະປະຈໍາພັກແຂວງ ຫົວໜ້າຄະນະໂຄສະນາອົບຮົມແຂວງ ພ້ອມດ້ວຍຄະນະນໍາຂັ້ນເມືອງ ໄດ້ໃຫ້ກຽດນໍາພາທິມງານ ຄະນະຄູ-ອາຈານ ແລະນັກສຶກສາທິດສະດີການເມືອງ ຂັ້ນສູງຮຸ່ນທີ I ຈາກສະຖາບັນການເມືອງ ແລະການປົກຄອງແຫ່ງຊາດ, ເຄື່ອນໄຫວທັດສະນະສຶກສາຊົມທຽວຜະລິດຕະພັນບ້ານດິນດາກ, ຮ່ວມກິດຈະກໍາປູກຕົ້ນໄມ້.
ຫຼັງຈາກນັ້ນ, ຄະນະຄູ-ອາຈານຈາກສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ຮຸ່ນທີ I ໄດ້ເຂົ້າຮ່ວມພິທີຕ້ອນຮັບ ຢູ່ສະໂມສອນໃຫຍ່ຂອງເມືອງຕຸ້ມລານ ແລະ ມີຄໍາເຫັນແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ.
ໃນວັນທີ 26 ມິຖຸນາ 2023 ນີ້, ຄະນະຄູ-ອາຈານ ແລະນັກສຶກສາທິດສະດີການເມືອງ ຂັ້ນສູງຮຸ່ນທີ I ຈາກສະຖາບັນການເມືອງ ແລະການປົກຄອງແຫ່ງຊາດ, ເຄື່ອນໄຫວທັດສະນະສຶກສາ ຢູ່ແຂວງສາລະວັນ ເຊິ່ງນໍາໂດຍທ່ານ ປອ ສາຍຄຳ ມຸນມະນີວົງ ຄະນະບໍລິຫານງານພັກ, ຫົວໜ້າຄະນະສະຖາປັດສະຍາສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ພ້ອມດ້ວຍຄະນະນໍາ ແລະ ນັກສຶກສາທິດສະດີການເມືອງ ຂັ້ນສູງຮຸ່ນທີ I ຈາກສະຖາບັນການເມືອງ ແລະການປົກຄອງແຫ່ງຊາດ ໃຫ້ກຽດຕ້ອນຮັບທິມງານມີຄະນະນໍາຂັ້ນແຂວງ, ຜູ້ອຳນວຍການໂຮງຮຽນການເມືອງ-ການປົກຄອງແຂວງສາລະວັນ, ຫົວໜ້າ ແລະ ຮອງພະແນກການອ້ອມຂ້າງແຂວງ ເຂົ້າຮ່ວມ.
ໃນນັ້ນ ທ່ານ ຈັນສະໝອນ ພົມມະແສງ ຄະນະປະຈໍາພັກແຂວງ ຫົວໜ້າຄະນະໂຄສະນາອົບຮົມແຂວງ ໄດ້ນໍາພາທິມງານ ເຂົ້າວາງກະຕ່າດອກໄມ້ຢູ່ອະນຸສອນປະທານໄກສອນ ພົມວິຫານ ແລະ ຮູບປັ້ນຫຼໍ່ເໝືອນອົງແກ້ວຂອງແຂວງສາລະວັນ. ຈາກນັ້ນ ຄະນະຄູ-ອາຈານ ແລະນັກສຶກສາທິດສະດີການເມືອງ ຂັ້ນສູງຮຸ່ນທີ I ຈາກສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ເຂົ້າຮ່ວມພິທີຕ້ອນຮັບຢູ່ທີ່ສະໂມສອນໃຫຍ່ຂອງແຂວງ.
ມີ 12 ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌
![]() | ມື້ນີ້ | 350 |
![]() | ມື້ວານນີ້ | 262 |
![]() | ອາທິດນີ້ | 588 |
![]() | ເດືອນນີ້ | 5014 |
![]() | ທັງໝົດ | 204751 |